Home ຂ່າວພາຍໃນ ວຕລຢ ຈັດແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈຳປີ 2023

ວຕລຢ ຈັດແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈຳປີ 2023

0

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫຼື ວຕລຢ ຈັດການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ເມື່ອວັນທີ 19 ພຶດສະພາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍບັນດາຄະນະອຳນວຍການວິທະຍາໄລເຕັກນິກຕ່າງໆ, ຜູ້ໃຫ້ການສະໜັບສະໜູນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາ.

ໂອກາດນີ້, ທ່ານ ໝາກ ອານຸວົງ ຫົວໜ້າພາກວິຊາໂລຫະກຳວິທະຍາ ລາຍງານການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້, ແມ່ນໄດ້ອີງຕາມການຕົກລົງຂອງຄະນະກຳມະການເຕັກນິກຮອບສຸດທ້າຍ ໃນວັນທີ 18 ພຶດສະພາ 2023 ຕົກລົງເຫັນດີ ເອົາຫົວຂໍ້ແຂ່ງຂັນຢູ່ 3 ຫົວຂໍ້ ຄື: ການຈອດເຫຼັກແຜ່ນຕໍ່ສາກ 3F, ຈອດເຫຼັກແຜ່ນຕໍ່ຊົນ ບາກວີ 2G, ຈອດທໍ່ ບາກວີ 5G ແລະ ກໍານົດເວລາໃນການແຂ່ງຂັນຢູ່ 6 ຊົ່ວໂມງ. ຜ່ານການ ແຂ່ງຂັນເປັນເວລາ 6 ຊົ່ວໂມງ ເຫັນວ່າຜູ້ເຂົ້າແຂ່ງຂັນໄດ້ພາກັນເອົາໃຈໃສ່ໃນການແຂ່ງຂັນຂອງຕົນ ແລະ ບໍ່ເກີນເວລາທີ່ທາງກຳມະການໄດ້ກຳນົດໄວ້. ຜົນການແຂ່ງຂັນໄດ້ກວດສອບຕາມມາດຕະຖານອາຊຽນເປັນຕົ້ນຕໍ ແລະ ມາດຕະຖານອື່ນໆ ເຊັ່ນ: ISO 9606 ວ່າດ້ວຍການສອບເສັງຮັບຮອງຊ່າງຈອດ ແລະ ການຈອດໂລຫະກຸ່ມເຫຼັກໜຽວ (Mild steel) ແລະ ISO5817 ວ່າດ້ວຍລະດັບຄວາມບໍ່ສົມບູນຂອງຄອງຈອດ ເພື່ອໃຫ້ສອດຄ່ອງສູງສຸດໃນການຈອດ. ດັ່ງນັ້ນ, ຄະນະກຳມະການໄດ້ກວດສອບຜົນຂອງການແຂ່ງຂັນ 2 ແບບ ຄື: ແບບບໍ່ທຳລາຍ Non-Distractive Testing (NDT) ຄື: ການກວດສອບຄາມສົມບູນຂອງຄອງຈອດ ເພື່ອຫາຂໍ້ບົກຜ່ອງ ແລະ ການກວດສອບແບບທຳລາຍ Distractive Testing (DT) ເປັນການກວດສອບເພື່ອຫາຄຸນສົມບັດທາງກົນເປັນຫຼັກ ເຊັ່ນ: ການດັດງໍ Bend Testing, ທົດສອບແຮງດຶງ Tensile Strength, ແຮງກະແທກ Impact. ໃນນີ້, ຄະນະກຳມະການໄດ້ເລືອກເອົາການທົດສອບດ້ວຍການດັດງໍ Bend Testing ເພື່ອຈະໄດ້ຮູ້ວ່າຕ່ອນງານຈອດມີຄວາມໜຽວສ່ຳໃດ.

ສໍາລັບຜົນຂອງການແຂ່ງຂັນປະກົດວ່າ: ຊະນະເລີດ ແມ່ນທ້າວ ບຸນມີ ຊົງ ລວມໄດ້ 95 ຄະແນນ, ອັນດັບທີ 2 ແມ່ນທ້າວ ໄຊສົມບູນ ພຽນຕູ້ ລວມໄດ້ 84,5 ຄະແນນ, ອັນດັບທີ 3 ທ້າວ ຢົງຢາ ສານຸວົງ ລວມໄດ້ 70,5 ຄະແນນ ແລະ ອັນດັບທີ 4 ທ້າວ ກິດສະດາ ວັນນະລາດ ລວມໄດ້ 60 ຄະແນນ.

ນອກຈາກນັ້ນ, ຍັງມີການແຂ່ງຂັນອີກ 2 ລາຍການ ແບບສາທິດ ຄື: ການແຂ່ງຂັນຊ່າງສີລົດຍົນ ແລະ ຊ່າງຕິດຕັ້ງໄຟຟ້າ ຜົນປະກົດວ່າ: ອັນດັບທີ 1 ການແຂ່ງຂັນຊ່າງສີລົດຍົນ ຕົກເປັນຂອງທ້າວ ທ໊ອບ ສີບຸນເຮືອງ ແລະ ທ້າວ ບຸນມີ ສຸກສາຄອນ ແລະ ອັນດັບທີ 2 ທ້າວ ໄຊເຄນ ຄຳພົມມີ ແລະ ທ້າວ ພານຸເດດ ບຸນເພັດ. ສ່ວນຜົນແຂ່ງຂັນຊ່າງຕິດຕັ້ງໄຟຟ້າ ອັນດັບທີ 1 ຕົກເປັນຂອງທ້າວ ກາຊີວັນ ນິນດາວົງ ແລະ ທ້າວ ປໍຈົວລີ ທໍ່ຕົວ ແລະ ອັນດັບທີ 2 ແມ່ນທ້າວ ວົງໄຊ ເພັດມະນີ ແລະ ທ້າວ ຄອນແກ້ ແວລາສຸກ.

ໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version