Home ຂ່າວພາຍໃນ ຄະນະກໍາມະການປ້ອງກັນການປະຕິວັດກູບາ ພົບປະແນວລາວສ້າງຊາດແຂວງສະຫວັນນະເຂດ

ຄະນະກໍາມະການປ້ອງກັນການປະຕິວັດກູບາ ພົບປະແນວລາວສ້າງຊາດແຂວງສະຫວັນນະເຂດ

0

ເມື່ອບໍ່ດົນຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໄດ້ຈັດພິທີຕ້ອນຮັບ ແລະ ພົບປະຄະນະຜູ້ແທນຂັ້ນສູງ ຂອງຄະນະກຳມະການປ້ອງກັນການປະຕິວັດກູບາ ເຊິ່ງຝ່າຍກູບານຳໂດຍທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ ປະທານຄະນະກໍາມະການປ້ອງກັນການປະຕິວັດ ກູບາ ພ້ອມດ້ວຍຄະນະ ຝ່າຍລາວມີ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ສິນໄຊ ວົງລະຄອນ ຮອງປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິນໄຊ ວົງລະຄອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ກໍາມະການສູນກາງພັກກອມມູນິດກູບາ, ພ້ອມທັງລາຍງານສະພາບລວມໂດຍຫຍໍ້ ວຽກງານແນວລາວສ້າງຊາດແຂວງ ໃຫ້ຮັບຊາບ ການພົບປະສອງຝ່າຍໃນຄັ້ງນີ້ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ກໍ່ຄືແນວລາວສ້າງຊາດແຂວງສະຫວັນນະເຂດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ; ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນໃນບາງບັນຫາ ທີ່ສອງຝ່າຍມີຄວາມສົນໃຈ ໃນການເພີ່ມທະວີການຮ່ວມມື ແລະການຊວ່ຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ-ສັງຄົມຊ່ວຍເຫຼືອກັນ ໃນການກໍ່ສ້າງພື້ນຖານໂຄ່ງລ່າງ.

ນອກຈາກນັ້ນ ທ່ານ ເຮຣາໂດ ເອຼນານເດັດສ ນຼໍເດໂລ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມ ເຂດເສດຖະກິດພິເສດ ສະຫວັນນະເຂດ-ເຊໂນ ແລະບໍລິສັດ ນໍ້າຕານມິດລາວ ຈໍາກັດ ຕື່ມອີກ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version