Home ຂ່າວພາຍໃນ ກົງສູນໃຫຍ່ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ເຂົ້າພົບປະຢ້ຽມຢາມເຈົ້າແຂວງບໍລິຄໍາໄຊ

ກົງສູນໃຫຍ່ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ເຂົ້າພົບປະຢ້ຽມຢາມເຈົ້າແຂວງບໍລິຄໍາໄຊ

0

ທ່ານ ນາງ ດັງ ທິ ຮ່າຍ ເຕີ່ມ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາແຂວງສະຫວັນນາມເຂດ ຄົນໃໝ່ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ເມື່ອວັນທີ 23 ພຶດສະພາ ນີ້ ທີ່ແຂວງບໍລິຄຳໄຊ. ໂອກາດດັ່ງກ່າວ ທ່ານກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບຈຸດປະສົງຂອງການເຂົ້າພົບປະຢ້ຽມຢາມ ການນໍາຂອງແຂວງບໍລິຄຳໄຊ, ຕະຫຼອດຮອດການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະຜ່ານມາ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງກົງສູນໃຫຍ່ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາດ້ວຍຄວາມຮັບຜິດຊອບສູງ ເວົ້າລວມ ເວົ້າສະເພາະ ກໍຄືການຈັດຕັ້ງເຄື່ອນໄຫວວຽກງານ ຢູ ສປປ ລາວ ພ້ອມດຽວກັນນັ້ນທ່ານເຈົ້າແຂວງ ຍັງໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ຈຸດພິເສດຂອງແຂວງ, ການພັດທະນາເສດຖະກິດ-ສັງຄົມ ຕະຫຼອດຮອດການພົວພັນຮ່ວມມືຮອບດ້ານກັບບັນດາແຂວງ ຂອງ ສສ ຫວຽດນາມ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການພົວພັນຮ່ວມມືວຽກງານການສຶກສາ, ການແກ້ໄຂປະກົດການຫຍໍ້ທໍ້ໃນດ້ານຕ່າງໆ ໃນບໍລິເວນຂອງເຂດຊາຍແດນ, ການຍົກຍ້າຍຈັດສັນບ້ານເຮືອນຂອງປະຊາຊົນ ຢູ່ລຽບຕາມຊາຍອດນລະຫວ່າງສອງປະເທດໃຫ້ມີຄວາມຖືກຕ້ອງຕາມລະບຽບການ ແລະ ອື່ນໆ.

ການຈັ້ດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ຮ່ວມກັນລະຫວ່າງສອງປະເທດ ແມ່ນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັກສາສະຖຽນລະພາບດ້ານການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ແລະ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ຍືນຍົງຄົງຢູ່ຕະຫຼອດໄປ.

ຂ່າວ-ພາບ: ແຂວງບໍລິຄຳໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version