Home ຂ່າວພາຍໃນ ນະຄອນ ໄກສອນ ພົມວິຫານ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ວຽກງານກວດກາທົ່ວນະຄອນ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປີ 2023.

ນະຄອນ ໄກສອນ ພົມວິຫານ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ວຽກງານກວດກາທົ່ວນະຄອນ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປີ 2023.

0

ໃນຕອນເຊົ້າວັນທີ 17 ພຶດສະພາ 2023 ນີ້, ນະຄອນ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ ພະນັກງານ ປັບປຸງການຈັດຕັ້ງ ແລະ ວຽກງານກວດກາ ທົ່ວນະຄອນ ໄກສອນ ພົມວິຫານ ປະຈໍາປີ 2022,ເຊິ່ງມີ ສະຫາຍ ສີທາ ສົງວິໄລ ຮອງເລຂາພັກນະຄອນ ປະທານກວດກາພັກ-ລັດ ນະຄອນ ໄກສອນ ພົມວິຫານ ,ສະຫາຍ ບຸນຍໍ ວໍລະສັກສິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະຈັດຕັ້ງນະຄອນ, ມີບັນດາສະຫາຍ ຄະນະປະຈຳພັກນະຄອນ,ກຳມະການພັກນະຄອນ, ເລຂາ, ຮອງເລຂາ ຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ເລຂາພັກ-ນາຍບ້ານ 67ບ້ານເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ບຸນທະວີ ຟອງທະວັນ ຮອງຫົວໜ້າຄະນະຈັດຕັ້ງນະຄອນ ກໍ່ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ເຜີຍແຜ່ບົດຂັດຈ້ອນບາງເນື້້ອໃນຂອງບົດສະຫຼຸບ ແລະ ທິດທາງແຜນການປະຈຳປີ ຂອງກອງປະຊຸມວຽກງານກໍ່ສ້າງພັກ – ພະນັກງານ ປັບປຸງການຈັດຕັ້ງທົ່ວປະເທດປະຈຳປີ 2022, ເຜີຍແຜ່ມະຕິເລກທີ 21/ກມສພ ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ, ເຜີຍແຜ່ມະຕິເລກທີ 13/ກມສພ ລົງວັນທີ 9 ກຸມພາ 2023 ວ່າດ້ວຍການເລືອກເຟັ້ນແຕ່ງຕັ້ງ ສັບປ່ຽນໜ້າທີ່ຂອງພະນັກງານນຳພາຄຸ້ມຄອງ, ເຜີຍແຜ່ບົດໂອ້ລົມຂອງສະຫາຍຫົວໜ້າຄະນະຈັດຕັ້ງສູນກາງພັກໃນກອງປະຊຸມວຽກງານກໍ່ສ້າງພັກ ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2022,ຜ່ານບົດສະຫຼຸບການຈັດຕັ້ງປະບັດວຽກງານກວດກາປະຈຳປີ 2022 ແລະທິດທາງແຜນການ ປີ 2023,ເຜີຍແຜ່ບົດສະຫຼຸບຫຍໍ້ ເລກທີ 43/ຄກສພ,ລົງວັນທີ 02 ມີນາ 2023 ກ່ຽວກັບການສະຫຼຸບຕີລາການເຄື່ອນໄຫວວຽກງານກວດກາ ປະຈຳ 2022 ແລະ ທິດທາງວຽກງານຈຸດສຸມປີ 2023,ເຜີຍແຜ່ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກເລກທີ 74/ຄກສພ, ລົງວັນທີ 27 ມີນາ 2023 ກ່ຽວກັບການດຳເນີນຊີວິດການເມືອງກາງສະໄໜຂອງຄະນະບໍລິຫານງານພັກແຕ່ລະຂັ້ນ,ບົດໂລ້ລົມ ຂອງສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ,ປະທານຄະນະກວດກາສູນກາງພັກ,ອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມວຽກງານກວດທົ່ວປະເທດ. ຈາກນັ້ນ ສະຫາຍ ບຸນຍໍ ວໍລະສັກສິດ ຄະນະປະຈຳພັກນະຄອນ ຫົວໜ້າຄະນະຈັດຕັ້ງນະຄອນ ໄກສອນ ພົມວິຫານ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້ານະຄອນ ສະບັບເລກທີ 412/ຈນ,ລົງວັນທີ 15 ພຶດສະພາ2023 ວ່າດ້ວຍການຍົກຍ້າຍພະນັກງານ ໄປປະຈຳການຢູ່ບ່ອນໃໝ່ ເຊິ່ງໄດ້ຍົກຍ້າຍ ທ່ານ ຄຳສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ໄກສອນ ພົມວິຫານ ໄປປະຈຳການ ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນະເຂດ, ແຕ່ຕັ້ງທ່ານ ທິບຕະພອນ ໂກດວົງສີ ເປັນຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ໄກສອນ ພົມວິຫານແລະ ແຕ່ງຕັ້ງ ທ່ານ ພັທ ຈັນສະໄໜ ພົມມິດສາ ຮັກສາການແທນ ປະທານສະຫະພັນນັກຮົບເກົ່າ ນະຄອນ ໄກສອນ ພົມວິຫານ.

ໃນຕອນທ້າຍກອງປະຊຸມປະທານກໍ່ໄດ້ໂອ້ລົມ ແລະ ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວ, ເຊິ່ງສະຫາຍກໍ່ໄດ້ຍົກໃຫ້ເຫັນຫຼາຍວຽກ, ຫຼາຍຂົງເຂດ ທັງວຽກງານພັກ-ພະນັກງານ ເຊິ່ງການຄຸ້ມຄອງພັກ, ຄຸ້ມຄອງສັງຄົມຕ້ອງໄດ້ມີການຕິດຕາມ ກວດກາ ຢ່າງເຂັ້ມງວດ , ຕີລາຄາຄືນ ບ່ອນໃດທີ່ມີຈຸດອ່ອນ, ຂໍ້ຄົງຄ້າງ ແມ່ນປັບປຸງໃຫ້ມັນດີຂື້ນກວ່າເກົ່າ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version