Home ຂ່າວຕ່າງປະເທດ ຈັດການເຄື່ອນໄຫວສົນທະນາ ແລະ ແລກປ່ຽນກັນລະຫວ່າງສື່ມວນຊົນລະດັບສູງຈີນ-ອາຊີກາງຢ່າງສຳເລັດຜົນ

ຈັດການເຄື່ອນໄຫວສົນທະນາ ແລະ ແລກປ່ຽນກັນລະຫວ່າງສື່ມວນຊົນລະດັບສູງຈີນ-ອາຊີກາງຢ່າງສຳເລັດຜົນ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 16 ພຶດສະພາ 2023, ການເຄື່ອນໄຫວສົນທະນາ ແລະ ແລກປ່ຽນກັນລະຫວ່າງສື່ມວນຊົນລະດັບສູງ ຈີນ-ອາຊີກາງ ທີ່ລິເລີ່ມໂດຍວິທະຍຸ ໂທລະພາບສູນກາງຈີນ ຫລື CMG ແລະມີສື່ມວນຊົນສຳຄັນຂອງ 5 ປະເທດອາຊີກາງເຂົ້າຮ່ວມ, ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນຢ່າງສຳເລັດຜົນ. ຜູ້ຮັບຜິດຊອບຂອງ CMG ແລະ ສື່ມວນຊົນສຳຄັນຂອງ 5 ປະເທດອາຊີກາງ, ທູຕານຸທູດຂອງປະເທດອາຊີກາງປະຈຳຈີນ, ຜູ້ຊ່ຽວຊານ ແລະອື່ນໆໄດ້ແລກປ່ຽນກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ຄວາມເປັນທັນສະໄໝແບບປະເທດຈີນ ແລະ ອາຊີກາງ: ການພັດທະນາໃໝ່ ແລະ ໂອກາດໃໝ່”, ເປິກສາຫາລືກ່ຽວກັບໜ້າທີ່ຮັບຜິດຊອບໃໝ່ຂອງສື່ມວນຊົນໃນຂະບວນການຫັນເປັນທັນສະໄໝຂອງມວນມະນຸດ. ຜູ້ເຂົ້າຮ່ວມກອງປະຊຸມຮ່ວມກັນມີຄຳເຫັນວ່າ: ຄວາມເປັນທັນສະໄໝແບບປະເທດຈີນ ໄດ້ສະໜອງທາງເລືອກໃໝ່ໃຫ້ແກ່ມວນມະນຸດໃນການບັນລຸການຫັນເປັນທັນສະໄໝ, ໄດ້ສ້າງແບບຢ່າງໃຫ້ແກ່ປະເທດພວມພັດທະນາທັງຫລາຍລວມທັງປະເທດອາຊີກາງ ໃນການກ້າວໄປສູ່ການຫັນເປັນທັນສະໄໝຢ່າງເປັນເອກະລາດ ແລະ ເປັນເຈົ້າຕົນເອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version