Home ຂ່າວຕ່າງປະເທດ ກີດເຫດກຳປັ່ນປະມົງ ສປຈີນ ຫລົ້ມໃນມະຫາສະໝຸດອິນເດຍ ສູນຫາຍເກືອບ 40 ຄົນ

ກີດເຫດກຳປັ່ນປະມົງ ສປຈີນ ຫລົ້ມໃນມະຫາສະໝຸດອິນເດຍ ສູນຫາຍເກືອບ 40 ຄົນ

0

ອ້າງຕາມຂ່າວ ປັກກິ່ງ ຂອງ ສປຈີນ, ວັນທີ 17 ພືດສະພາ ເກີດເຫດກຳປັ່ນປະມົງຈີນ ຫລົ້ມທາງພາກກາງ ຂອງ ມະຫາສະໝຸດອິນເດຍ, ກຳປັ່ນປະມົງດັ່ງກ່າວປະກອບມີ: ຊາວຈີນ 17 ຄົນ, ຊາວອິນໂດເນເຊຍ 17 ຄົນ ແລະ ຊາວຟີລິບປິນ 5 ຄົນ ສູນຫາຍ. ເຈົ້າໜ້າທີ່ທາງການຈີນ ລາຍງານວ່າ: ຈົນເຖິງປັດຈຸບັນຍັງບໍ່ສາມາດພົບຜູ້ສູນຫາຍ ຫລັງຈາກກຳປັ່ນຫລົ້ມພ້ອມທັງລະບຸວ່າ: ທ່ານ ສີຈິ້ນຜິ້ງ ປະທານປະເທດຈີນ ໄດ້ສັ່ງໃຫ້ດຳເນີນການຄົ້ນຫາ ແລະ ໃຫ້ການຊ່ວຍເຫລືອກຳປັ່ນປະມົງລຳ ດັ່ງກ່າວ. ປັດຈຸບັນທາງການຈີນ ໄດ້ສົ່ງເຮືອ 2 ລຳ ມາຊ່ວຍເຫລືອໃນການປະຕິບັດການຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ທີ່ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version