Home ຂ່າວກິລາ “ສຸກັນ” ເຜີຍຄວາມໃນໃຈສຸດເສຍດາຍ ທີ່ບໍ່ສາມາດນຳຫຼຽນຄຳ ຊີເກມ ຄັ້ງທີ 32 ກັບມາຝາກຊາວລາວເຮົາໄດ້

“ສຸກັນ” ເຜີຍຄວາມໃນໃຈສຸດເສຍດາຍ ທີ່ບໍ່ສາມາດນຳຫຼຽນຄຳ ຊີເກມ ຄັ້ງທີ 32 ກັບມາຝາກຊາວລາວເຮົາໄດ້

0

ຮ້ອຍໂທ ສຸກັນ ໄຕປັນຍາວົງ ຫຼື ນ້ອງໂອ ເຈົ້າຂອງ 3 ຫຼຽນຄຳ ຊີເກມ ປີ 2009, ປີ 2013 ແລະ ປີ 2019 ອອກມາເຜີຍຄວາມໃນໃຈຂອງຕົນເອງສຸດເສຍດາຍ ທີ່ບໍ່ສາມາດນຳເອົາຫຼຽນຄຳ ສົມກັບພໍ່ແມ່ປະຊາຊົນຊາວລາວຕັ້ງຄວາມຫວັງກັບຕົນເອງໄວ້ສູງ ພ້ອມທັງຝາກຄຳຂໍໂທດມາຍັງຊາວລາວ ຫຼັງກັບເຖິງສປປ ລາວ ຈະສືບຕໍ່ຄວາມຝັນທີ່ຢາກເປັນຄູຝຶກ ນຳເອົາປະສົບການຖ່າຍທອດໃຫ້ນັກກິລາຮຸ່ນສືບທອດ ປັ້ນກ້າວສູ່ທີມຊາດ ສ້າງຜົນງານໃຫ້ແກ່ປະເທດຊາດໃນອະນາຄົດ.

ພາຍຫຼັງສຳເລັດການຂຶ້ນຊົກໃນນັດຊີງຫຼຽນຄຳທີ່ ຮ້ອຍໂທ ສຸກັນ ໄຕປັນຍາວົງ ເສຍໃຫ້ Nguyen Xuan phuong ນັກກິລາຈາກຫວຽດນາມ 0-3 ຍົກ ໄດ້ພຽງຫຼຽນເງິນມາຄ້ອງຄໍ ສ່ວນຫຼຽນຄຳເປັນຂອງນັກກິລາຈາກຫວຽດນາມ ຊຶ່ງໂອກາດນີ້, ນ້ອງໂອ ໄດ້ເຜີຍຄວາມໃນໃຈໃຫ້ຮູ້ວ່າ: ໃນນັດຊີງຫຼຽນຄຳ ໂດຍສ່ວນຕົວແມ່ນມີຄວາມຮູ້ສຶກເສຍດາຍທີ່ສຸດ ເພາະຄົນລາວຕັ້ງຄວາມຫວັງນຳນ້ອງໄວ້ສູງ ຖາມວ່ານ້ອງກົດດັນບໍຕອນນັ້ນ ແມ່ນນ້ອງກໍກົດດັນສຸດໆ ແຕ່ກໍເຮັດເຕັມທີ່ແລ້ວ ໂດຍສ່ວນຕົວເພື່ອຢາກໄດ້ຫຼຽນຄຳ ກັບບ້ານເກີດ ໃຫ້ສົມກັບຄວາມຫວັງທີ່ຊາວລາວຕັ້ງໄວ້ໄດ້ພາກພູມໃຈ. ແຕ່ເຖິງຢ່າງໃດກໍດີ, ນ້ອງຂໍຝາກຄຳຂໍໂທດມາຍັງຊາວລາວທຸກຄົນ ຫຼັງກັບເຖິງສປປ ລາວ ຈະສືບຕໍ່ຄວາມຝັນທີ່ຢາກເປັນຄູຝຶກ ນຳເອົາປະສົບການຖ່າຍທອດໃຫ້ນັກກິລາຮຸ່ນສືບທອດ ເພື່ອປັ້ນເຂົາເຈົ້າກ້າວສູ່ທີມຊາດ ໃຫ້ເປັນວົງກວ້າງ ສາມາດສ້າງຜົນງານໃຫ້ແກ່ປະເທດຊາດ ໃນອະນາຄົດ

ສຳລັບ ຮ້ອຍໂທ ສຸກັນ ໄຕປັນຍາວົງ ເຄີຍສ້າງຜົນງານຄວ້າຫຼຽນຄຳ ໃນງານກິລາຊີເກມ ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ມາຢ່າງຫຼວງຫຼາຍ ໂດຍສະເພາະ ຄວ້າຫຼຽນຄຳ ກິລາມວຍລາວ ຊີເກມ ຄັ້ງທີ 25 ປີ 2009 ທີ່ສປປ ລາວ ເປັນເຈົ້າພາບ, ຄວ້າຫຼຽນຄຳ ກິລາມວຍໂວວີນາມ ງານກິລາຊີເກມ ຄັ້ງທີ 27 ປີ 2013 ທີ່ປະເທດຫວຽດນາມ ເປັນເຈົ້າພາບ ແລະ ຄວ້າຫຼຽນຄຳ ກິລາຄິກບ໋ອກຊິ້ງ ໃນງານກິລາຊີເກມ ຄັ້ງທີ 29 ປີ 2019 ທີ່ປະເທດຟິລິບປິນ. ນອກນັ້ນ, ກໍຍັງສາມາດຍາດໄດ້ ຫຼຽນເງິນ ໃນຊີເກມ ຄັ້ງທີ 32 ປີ 2023 ທີ່ປະເທດກຳປູເຈຍ ແລະ 2 ຫຼຽນທອງ ໃນງານຊີເກມ 2011 ທີ່ປະເທດອິນໂດເນເຊຍ ແລະ ປີ 2021 ທີ່ສສ ຫວຽດນາມ ອີກດ້ວຍ.

ຈາກຜົນງານຂຶ້ນຊົກ ຮ້ອຍໂທ ສຸກັນ ໄຕປັນຍາວົງ ກໍຍັງໄດ້ຮັບນໍ້າໃຈຊຸກຍູ້ຈາກທ່ານ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ມອບເງິນ 200 ໂດລາສະຫະລັດ ຫຼື ປະມານ 3,6 ລ້ານກີບ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ທັງເປັນຫົວໜ້າທັບນັກກິລາລາວ ມອບໃຫ້ 200 ໂດລາສະຫະລັດ, ທ່ານເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກກຳປູເຈຍ 100 ໂດລາສະຫະລັດ ແລະ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ມອບໃຫ້ 1 ລ້ານກີບ.

ຂ່າວໂດຍ: ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version