ວັນທີ 15 ທັນວາ 2025, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ ຫຼັກ16 ໄດ້ມີການເປີດການແຂ່ງຂັນກິລາລອຍນໍ້າ ຄົນພິການ ໃນງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ຢ່າງເປັນທາງການ,ໂດຍມີ ທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການ ແຫ່ງຊາດ ລາວ,ມີບັນດາທ່ານຜູ້ຕາງໜ້າຈາກພະແນກສຶກ ສາທິການ ແລະ ກິລາ ນະຄອນຫຼວງ, ແຂວງ, ຄູຝຶກ ແລະຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ການແຂ່ງຂັນກິລາລອຍນໍ້າ ຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ແມ່ນຈະໄດ້ດໍາເນີນແຕ່ວັນທີ 15-17 ທັນວາ 2025, ໂດຍບັນດາແຂວງໄດ້ສົ່ງນັກກິລາເຂົ້າການແຂ່ງຂັນກິລາລອຍນໍ້າຄົນພິການ ຈໍານວນ 11 ແຂວງ ຄື: ແຂວງຄໍາມ່ວນ, ຈໍາປາສັກ, ເຊກອງ, ຊຽງຂວາງ, ບໍລິຄໍາໄຊ, ຜົ້ງສາລີ, ອຸດົມໄຊ,ຫຼວງພະບາງ, ອັດຕະປື,ຫົວພັນ ແລະ ນະຄອນວາງວຽງຈັນ ລວມມີນັກກິລາລົງແຂ່ງທັງໝົດ 43 ຄົນ ຍິງ 11 ຄົນ; ໄດ້ກຳນົດການແຂ່ງທັງ ໝົດ 41 ລາຍການ,ມີ 41 ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງ, ມີການແຂ່ງຂັນ ໄລຍະທາງ 50 ແມັດ, 100 ແມັດ, 200 ແມັດ ແລະ 400 ແມັດ, ແຂ່ງຂັນໃນທ່າລອຍທຳມະ ດາ (freestyle),ທ່າລອຍຫງາຍ (backstroke),ທ່າລອຍ ກົບ (breaststroke) ແລະ ທ່າລອຍດ່ຽວປະສົມ (medley).

ການແຂ່ງຂັນປະເພດກິລາລອຍນໍ້າ ຂອງຄົນພິການ ໃນງານມະຫາກໍາກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ປີ 2025 ໃນຄັ້ງນີ້,ໄດ້ສະແດງໃຫ້ເຫັນໄດ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການສຶກສາ ແລະ ກິລາ ກາຍຍະ ກຳ ສະເພາະຄົນພິການ ຢ່າງເປັນຂະບວນຟົດຟື້ນ ໃຫ້ກວ້າງ ຂວາງ ແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ສາມາດສ້າງຊື່ ສຽງໃຫ້ບັນດາແຂວງ ເປັນຕົວແທນພາກພື້ນ, ອະນຸພາກພື້ນ ແລະ ສາກົນ.