Home ຂ່າວກິລາ ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

0

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.

ການແຂ່ງຂັນຄັ້ງນີ້, ມີ 4 ລາຍການ ປະກອບມີ: ປະເພດດ່ຽວຊາຍ, ດ່ຽວຍິງ, ປະເພດຄູ່ຊາຍ ແລະ ຄູ່ຍິງ, ມີນັກກິລາເຂົ້າຮ່ວມ 18 ຄົນ ຍິງ 4 ຄົນ. ໃນນັ້ນ, ມີ 6 ພາກສ່ວນເຂົ້າຮ່ວມຄື: 1. ເຈົ້າພາບ ນວ, ແຂວງສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍ່ແກ້ວ ແລະ ຫຼວງພະບາງ. ມີການຊີງຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງທັງໝົດ 20 ຫຼຽນ, ຊຶ່ງໃນວັນທີ 15 ທັນວາ 2025 ມີການແຂ່ງຂັນປະເພດດ່ຽວຊາຍ. ສໍາລັບການແຂ່ງຂັນດັ່ງກ່າວຈະດໍາເນີນໄປຮອດວັນທີ 17 ທັນວາ 2025 ຈຶ່ງຈະສຳເລັດ. ຂໍເຊີນຊວນປະຊາຊົນລາວບັນ ດາເຜົ່າມາຮ່ວມຊົມ ຮ່ວມເຊຍເພື່ອໃຫ້ກຳລັງໃຈຄະນະນັກກິລາຄົນພິການລາວຈາກ ນວ ແລະ ບັນດາແຂວງຕ່າງໆໃຫ້ປະສົບຜົນສຳເລັດໃນການແຂ່ງຂັນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version