Home ຂ່າວກິລາ ອິນເຕີຢ້ຳໄຊເໜືອເອຊີມິລານ ຜ່ານເຂົ້າຊີງເປັນທີມທຳອິດ ເຕະບານຢູຟາແຊ໋ມປ້ຽນລີກ 2022-2023

ອິນເຕີຢ້ຳໄຊເໜືອເອຊີມິລານ ຜ່ານເຂົ້າຊີງເປັນທີມທຳອິດ ເຕະບານຢູຟາແຊ໋ມປ້ຽນລີກ 2022-2023

0
MILAN, ITALY - MAY 16: Lautaro Martinez of FC Internazionale celebrates after scoring to give the side a 1-0 lead during the UEFA Champions League semi-final second leg match between FC Internazionale v AC Milan at Stadio Giuseppe Meazza on May 16, 2023 in Milan, Italy. (Photo by Jonathan Moscrop/Getty Images)

ການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2023 ຮອບຮອງຊະນະເລີດ ນັດທີ 2 ເມື່ອວັນທີ 16 ພຶດສະພາ 2023 ສະໂມສອນ ອິນເຕີ ມິລານ ທີມດັງໃນລາຍການ ກັນໂຊເຊເຣຍອາ ອີຕາລີ ເປີດສະໜາມຈູເຊັບເປ ເມອັດຊາ ຕ້ອນຮັບການມາຢາມຂອງ ສະໂມສອນ ເອຊີ ມິລານ ຄູ່ແຂ່ງຮ່ວມເມືອງ ຫຼັງຈາກໃນເກມນັດທຳອິດ ເປັນ ອິນເຕີ ມິລານ ທີ່ບຸກໄປເອົາຊະນະມາໄດ້ກ່ອນ 2-0 ປະຕູ.

ຮູບເກມໃນເຄິ່ງເວລາທຳອິດ ເອຊີ ມິລານ ທີມຢາມ ພະຍາຍາມເປີດເກມບຸກເພື່ອຫວັງທວງປະຕູຄືນໃຫ້ໄດ້ໂດຍໄວ ຂະນະທີ່ ເຈົ້າບ້ານ ອິນເຕີ ມິລານ ຫຼິ້ນໃນຮອບແບບເກມຮັບ ແລ້ວຖ້າໂຕກັບໄວແບບອັນຕະລາຍໄດ້ຫຼາຍຄັ້ງ ແຕ່ສຸດທ້າຍທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້ເທື່ອ ຈົບ 45 ນາທີ ຍັງສະເໝີກັນ 0-0.

ກັບເຂົ້າສູ່ເຄິ່ງເວລາທີ 2 ຮູບເກມຍັງເປັນໄປໃນທິດທາງເກົ່າ ຈົນມາເຖິງນາທີ 84 ກາຍເປັນ ອິນເຕີ ມິລານ ເຈົ້າບ້ານ ທີ່ມາໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກການຍິງຂອງ ເລົາຕາໂຣ ມາຕິເນດ ກອງໜ້າທີມຊາດອາກຊັງຕິນ ສ່ວນເວລາທີ່ເຫຼືອທັງ 2 ທີມບໍ່ສາມາດຍິງປະຕູກັນໄດ້ເພີ່ມ ຈົບເກມ ອິນເຕີ ມິລານ ເປີດບ້ານຢ້ຳໄຊເໜືອ ເອຊີ ມິລານ 1-0 ລວມຜົນສອງນັດ ອິນເຕີ ມິລານ ຊະນະ ເອຊີ ມິລານ 3-0 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ໄດ້ເປັນທຳອິດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ແມນເຊັດເຕີ ຊິຕີ ແລະ ຣີວ ມາດຣິດ ທີ່ຈະລົງແຂ່ງຂັນໃນຄ່ຳຄືນມື້ນີ້ (17 ພຶດສະພາ 2023) ທີ່ສະໜາມເອຕິຮັດ ສະເຕດ້ຽມ ປະເທດອັງກິດ.

ສຳລັບຮອບຊີງຊະນະເລີດ ການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2023 ຈະມີຂຶ້ນໃນວັນທີ 10 ມິຖຸນາ 2023 ທີ່ສະໜາມອະຕາເຕິກ ສະເຕດ້ຽມ ນະຄອນຫຼວງອິນຕັນບູນ ປະເທດຕວກກີ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version