Home ຂ່າວກິລາ ກິລາບານບ້ວງລໍ້ເລື່ອນ ແຂ່ງຂັນກັນຢ່າງຄຶກຄື້ນ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ກິລາບານບ້ວງລໍ້ເລື່ອນ ແຂ່ງຂັນກັນຢ່າງຄຶກຄື້ນ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

0

ກິລາບານບ້ວງລໍ້ເລື່ອນ ໃນງານກິລາຄົນພິການແຫ່ງ ຊາດຄັ້ງນີ້ ຖືກບັນຈຸເຂົ້າແຂ່ງຂັນເປັນ ຄັ້ງທີ 4 ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊິງຫຼຽນ ໃນຄັ້ງທີ 3 ທີ່ແຂວງຊຽງຂວາງ ແລະ ນະ ຄອນຫຼວງວຽງຈັນ ໃນເທື່ອນີ້ ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມ ຄື: ນະ ຄອນຫຼວງວຽງຈັນ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3×3 ແລະ ທີມຍິງ-ທີມຊາຍ 5×5 ມີນັກກິລາເຂົ້າຮ່ວມ ທັງໝົດ 27 ຄົນ 10 ຄົນ.

ການແຂ່ງຂັນຄັ້ງນີ້ ສະເພາະ ນະຄອນຫຼວງວຽງຈັນ ເຈົ້າພາບ ສົ່ງເຂົ້າຮ່ວມຄົບ 4 ລາຍການ, ແຂວງຊຽງຂວາງ ສົ່ງເຂົ້າຮ່ວມ 3 ລາຍການ ທີມຍິງ 3×3 ແລະ 5×5 ແລະ ທີມຊາຍ 3×3, ສ່ວນຈຳປາສັກ ສົ່ງເຂົ້າຮ່ວມ 2 ລາຍການ ທີມຊາຍ 3×3 ແລະ 5×5. ແຂ່ງຂັນລະຫວ່າງ ວັນທີ 15-18 ທັນວາ ນີ້, ສະເພາະ ວັນທີ 16 ທັນວາ ຊິງຫລຽນຄຳ ທີມຍິງ-ທີມຊາຍ 3×3 ແລະ ວັນທີ 18 ທັນວາ ຊິງຫຼຽນຄຳ ທີມຍິງ-ທີມຊາຍ 5×5.

ຜ່ານການແຂ່ງຂັນມື້ທຳອິດ 4 ຄູ່: ບານບ້ວງ 3×3 ທີມຊາຍ ຈຳປາສັກ ຊະນະ ນະຄອນຫຼວງ 13-1 ຄະແນນ, ນະ ຄອນຫຼວງ ຊະນະ ຊຽງຂວາງ 13-3 ຄະແນນ, ຈຳປາສັກ ຊະນະ ຊຽງຂວາງ 13-0 ຄະແນນ ແລະ ບານບ້ວງຍິງ 3×3 ຊຽງຂວາງ ເສຍໃຫ້ ນະຄອນຫຼວງວຽງຈັນ 3-7 ຄະແນນ.

ສຳລັບກິລາບານບ້ວງລໍ້ເລື່ອນຄົນພິການແຫ່ງຊາດຄັ້ງນີ້ ມີບຸກຄະລາກອນຮັບໃຊ້ທັງໝົດ 26 ຄົນ ຍິງ 6 ຄົນ ທີ່ມາ ຈາກນະຄອນຫຼວງ,ສະຫະພັນບານບ້ວງລໍ້ເລື່ອນແຫ່ງຊາດ ແລະ ນັກຮຽນ ມສ ວຽງຈັນ ເຂົ້າມາຊ່ວຍງານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version