Home ຂ່າວຕ່າງປະເທດ ສປຈີນ ເຂົ້າເຖິງການບິນລະດັບພາກພື້ນ ມີການພັດທະນາດີຂຶ້ນ

ສປຈີນ ເຂົ້າເຖິງການບິນລະດັບພາກພື້ນ ມີການພັດທະນາດີຂຶ້ນ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ສະມາຄົມການຂົນສົ່ງທາງອາກາດແຫ່ງປະເທດ ຈີນ ແລະ ກຸ່ມສະຖາບັນວິໄຈອື່ນໆ ໄດ້ຮ່ວມກັນເຜີຍແຜ່ບົດລາຍງານສະບັບໃໝ່ ໂດຍລະບຸວ່າ: ການເຂົ້າເຖິງການບິນລະດັບພາກພື້ນ ຂອງຈີນ ໄດ້ມີການພັດທະນາ ດີຂຶ້ນໃນຫລາຍປີຜ່ານມາ, ໂດຍມີໄລຍະເວລາການເດີນທາງໄປຍັງເມືອງນ້ອຍໆ ຕາມເສັ້ນທາງການບິນລະດັບພາກພື້ນ ຫລຸດລົງ ແລະ ເຂົ້າເຖິງຈຸດໝາຍດັ່ງກ່າວໄດ້ໄວຂຶ້ນ. ໃນໄລຍະປີ 2022 ເຄືອຂ່າຍການຂົນສົ່ງຂອງບັນດາຕົວເມືອງນ້ອຍດັ່ງກ່າວຄວບຄຸມສະເລ່ຍ 20 ເມືອງ ແລະ ການເດີນທາງປ່ຽນເຄື່ອງຈຳເປັນຕ້ອງເຂົ້າເຖິງຕົວເມືອງອື່ນໆ ສ່ວນໃຫຍ່ແມ່ນພາຍໃນປະເທດ ໂດຍການເຂົ້າເຖິງທີ່ດີຂຶ້ນ, ການຊຸກຍູ້ພັດທະນາໃນລະດັບພາກພື້ນໄດ້ມີການປະສານງານກັນ ແລະ ການຟື້ນຟູ ຊົນນະບົດຊ່ວຍໃຫ້ເມືອງຂະໜາດນ້ອຍໄດ້ຮັບປະໂຫຍດຈາກຕະຫລາດຂະໜາດໃຫຍ່ຂອງປະເທດ ແລະ ກະຕຸ້ນ ເສດຖະກິດທ້ອງຖິ່ນໃຫ້ດີຂື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version