Home ຂ່າວໜ້າໜຶ່ງ ແຂວງຈຳປາສັກ ດຳເນີນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII

ແຂວງຈຳປາສັກ ດຳເນີນກອງປະຊຸມເປີດກ້ວາງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII

0

ກອງປະຊຸມຄົບຄະນະເປີດກ້ວາງກາງສະໄໝຂອງຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII ໄຂຂຶ້ນໃນວັນທີ 17 ພຶດສະພາ 2023 ພາຍໃຕ້ການເປັນປະທານຊີ້ນຳຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເວົ້າລວມສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາ ແລະ ຄະນະບໍລິຫານງານພັກນະຄອນ, ເມືອງ, ຄະນະພັກຮາກຖານພະແນກການ, ກົມກອງອອມຂ້າງແຂວງເຂົ້າຮ່ວມ.

ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ກ່າວໄຂກອງປະຊຸມວ່າ:

ກອງປະຊຸມເປີດກວ້າງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໃນວາລະທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ຊື່ງແມ່ນການປະຕິບັດຫລັກການລະບອບ, ວິທີນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງເພື່ອປັບປຸງ, ກໍ່ສ້າງຕົນເອງແນ່ໃສ່ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກເຮົາ, ກອງປະຊຸມຈະດໍາເນີນເປັນວັນເວລາ 2 ວັນ ແຕ່ວັນທີ 17-18 ພຶດສະພາ 2023 ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນເລັ່ງໃສ່ພ້ອມກັນຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງຕິດພັນກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ສະຫລູບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝຜ່ານມາຕິດພັນກັບການຜັນຂະຫຍາຍ, ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ, 2 ວາລະຂອງແຂວງຕາມເນື້ອໃນວາລະແຫ່ງຊາດ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍ, ຄວາມສຳຄັນນີ້ ໃນນາມຕາງໜ້າຄະນະບໍລິຫານງານພັກແຂວງ ຂໍສະແດງຄວາມຂໍ່ານັບຊົມເຊີຍຕໍ່ການເປັນກຽດເຂົ້າຮ່ວມເປັນປະທານ ຊີ້ນໍາກອງປະຊຸມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ຜູ້ຊີ້ນໍາແຂວງຈໍາປາສັກ

ກອງປະຊຸມເປີດກວ້າງໃນຄັ້ງນີ້ນອກຈາກທີ່ຈະໄດ້ຮັບຟັງການຜ່ານເນື້ອໃນຂອງ 2 ຮ່າງເອກະສານນີ້ແລ້ວ, ກອງປະຊຸມຈະໄດ້ຮັບຟັງຄໍາເຫັນຊີ້ນໍາເຈາະຈິ້ມຈາກສະຫາຍປະທານກອງປະຊຸມທີ່ຈະໄດ້ລົງເລິກຕໍ່ຮ່າງບົດສະຫລູບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄໝທີ VIII ອົງຄະນະພັກແຂວງ ກາງສະໄໝ ຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ສອງວາລະແຫ່ງຊາດ ,ວາລະຂອງແຂວງ ເພື່ອເປັນບ່ອນອີງໃຫ້ແກ່ບັນດາສະຫາຍ ທີ່ຈະໄດ້ປະກອບຄໍາເຫັນ ຕາມຫົວຂໍ້ ທີ່ກໍານົດໄວ້ ໃນວາລະກອງປະຊຸມ. ພ້ອມນັ້ນ ພວກເຮົາ ຈະໄດ້ພ້ອມກັນລົງເລິກຄົ້ນຄວ້າ, ວິເຄາະ, ວິໄຈ, ຜົນສໍາເລັດໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ,ໄຈ້ແຍກ ບັນດາຂໍ້ຄົງຄ້າງ, ສາເຫດ ແລະ ບັນຫາພ້ອມທັງບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນປັບປຸງແກ້ໄຂແຕ່ນີ້ຮອດທ້າຍສະໄໝ ລວມທັງຄາດໝາຍຕ່າງໆ ເພື່ອກໍານົດວິທີການ, ມາດຕະການໃນການສືບຕໍ່ນໍາພາ-ຊີ້ນໍາຂັບເຄື່ອນເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີຜົນສໍາເລັດທີ່ປະ ສິດທິພາບ ແລະ ປະສິດທິຜົນ.

ຈາກນັ້ນໃນວາລະກອງປະຊຸມ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກໃນໄລຍະກາງສະໄໝຜ່ານມາ ແລະ ທິດທາງນຳພາປະຕິບັດຄາດ ໝາຍສູ້ຊົນແຕ່ລະດ້ານໃນຕໍ່ໜ້າ, ສະຫາຍ ສົມບູນ ເຮຶອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມໃນໄລຍະກາງສະໄໝຜ່ານມາຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການ, ຄາດໝາຍສູ້ຊົນໃນຕໍ່ໜ້າ.

ກອງປະຊຸມຍັງມີການລາຍງານ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ, ທິດທາງຈຸດສຸມວຽກງານຕ່າງໆທີ່ສຳຄັນຕື່ມອີກ ເຊັ່ນ: ວຽກງານການເມືອງນຳພາແນວຄິດ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ຂ່າວ;ພາບ: ເກດສະໜາ ແກ້ວສຸວັນະແສງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version