Home ຂ່າວພາຍໃນ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍລິຄໍາໄຊ

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງບໍລິຄໍາໄຊ

0

ກອງປະຊຸມສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງບໍລິຄໍາໄຊກາງສະໄໝ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 16-20 ພຶດສະພາ 2023 ນີ້ ທີ່ສະໂມສອນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະປະຈໍາພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI, ຄໍາສັ່ງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 78/ຄຈສພ, ລົງວັນທີ 5 ພຶດສະພາ 2023 ວ່າດ້ວຍການເຫັນດີໃຫ້ອົງຄະນະພັກແຂວງບໍລິຄໍາໄຊ ດໍາເນີນກອງປະຊຸມຄົບຄະນະພັກກາງສະໄໝຂອງຄະນະບໍລິຫານງານພັກແຂວງສະໄໝ ທີ VII ຊຶ່ງແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມທາບທາມ ຄວາມໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ກາງສະໄໝທີ VII ໄດ້ເປີດຂຶ້ນຢ່າງເປັນທາງການໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າຊາວແຂວງບໍລິຄໍາໄຊ ໄດ້ພ້ອມກັນຕັ້ງໜ້າຜັນຂະຫາຍມະຕິ XI ຂອງພັກ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ (2021-2025) ເຂົ້າສູ່ລວງເລິກ; ສືບຕໍ່ຈັດຕັ້ງປະຕິບັດການແກ້ໄຂບັນຫາ 4 ເຖື່ອນ, 9 ຫົວຂໍ້ສຳມະນາວິທະນາສາດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງລັດຖະບານ ຕະຫຼອດໄລຍະເວລາ 2 ປີເຄິ່ງຜ່ານມາ, ຄະນະພັກແຂວງບໍລິຄໍາໄຊ ໄດ້ນໍາພາ-ຊີ້ ນໍາບັນດາຂະແໜງການ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມບຸກບືນກ້າວຂຶ້ນ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ເຮັດໃຫ້ແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສ້າງຄວາມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພື້ນຖານໂຄງລ່າງທາງດ້ານການຄົມມະນາຄົມ-ການສື່ສານ, ທາງດ້ານສາທາລະນະສຸກ ແລະ ສຶກສາໄດ້ຮັບການປັບປຸງ, ດ້ານວັດທະນາທຳ-ສັງຄົມໄດ້ຮັບການບູລະນະຮັກສາ ແລະ ເສີມຂະຫຍາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ທັງດ້ານວັດຖຸ ແລະ ຈິດໃຈນັບມື້ນັບດີຂຶ້ນ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ ຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສະກັດກັັ້ນ-ແກ້ໄຂບັນຫາຢາເສບຕິດ, ແກ້ໄຂບ້ານຫຼໍ່ແຫຼມຈຸດສຸມໃຈກາງຕິດພັນກັບ 4 ເນື້ອໃນ, 4 ຄາດໝາຍ ກອງປະຊຸມຄັ້ງຈະໄດ້ພ້ອມກັນເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານແຕ່ລະຂັ້ນ, ທາບທາມຄວາມໄວ້ວາງໃຈ ຕໍ່ກັບຄະນະບໍລິຫານງານພັກແຂວງນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງຄະນະບໍລິຫານງານພັກແຂວງ ແລະ ຜ່ານມາດຕະຖານຄະນະບໍລິຫານງານພັກແຂວງ, ສິດ ແລະ ໜ້າທີ່ຂອງຄະນະພັກດັ່ງກ່າວ, ຂໍ້ຫ້າມສຳລັບສະມາຊິກພັກ.

ຂ່າວ-ພາບ: ແຂວງບໍລິຄໍາໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version