Home ຂ່າວພາຍໃນ ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດຢ່າງສົມກຽດ

ຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດຢ່າງສົມກຽດ

0

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ພິທີຈັດສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ໃນວັນທີ 17 ພຶດສະພາ 2023 ຢູ່ທີ່ກອງບັນຊາການທະຫານແຂວງສາລະວັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ, ສະຫາຍ ພັອ ຮວ່າງວັນເຢິ້ນ ຮອງເລຂາ ຫົວໜ້າການເມືອງທະຫານ ແຂວງເທື່ອທຽນເຫວ້ ພ້ອມດ້ວຍກຳມະການພັກແຂວງ, ຄະນະປະຕິບັດງານພິເສດຂອງແຂວງສາລະວັນ, ເຊກອງ ແລະ ສສ ຫວຽດນາມ, ກຳລັງປະກອບອາວຸດ ປກຊ-ປກສ ແຂວງ ແລະອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະດຸດີ ໂດຍມີເນື້ອໃນວ່າ: ໃນທ່າມກາງບັນຍາກາດທີ່ໂສກເສົ້າເສຍດາຍ, ອາໄລ, ອາວອນນີ້ ໄດ້ມີການນໍາພັກລັດຂອງພະແນກການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້, ນັກສຶກສາ, ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດ ແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມ ເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງ ຮ່າງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຈຳນວນ 16 ຮ່າງອັດຖິ, ໃນນັ້ນ ຂຸດຄົ້ນຈາກແຂວງເຊກອງ ໄດ້ 5 ຮ່າງອັດຖິ, ແຂວງສາລະວັນ 11 ຮ່າງອັດຖິ, ເຊິ່ງພວກສະຫາຍເຫລົ່ານັ້ນຍ່ອມເສຍສະຫລະຊີວິດ, ເລືອດເນື້ອ ໃນປາງສົງຄາມຢູ່ດິນແດນຂອງແຂວງສາລະວັນ ແລະ ແຂວງເຊກອງ ເພື່ອແລກເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດລາວ-ຫວຽດນາມ ພວກສະຫາຍມີຄວາມຈົງຮັກພັກດີ, ອັນບໍລິສຸດ ຜຸດຜ່ອງຢ່າງບໍ່ມີຂອບເຂດ ຕໍ່ສອງປະເທດລາວ-ຫວຽດນາມ ແລະ ເພື່ອໃຫ້ໄດ້ມາເຊິ່ງຄວາມສົມບູນພູນສຸກ ຂອງປະຊາຊົນລາວ ກໍຄືແຂວງສາລະວັນ ແລະ ແຂວງເຊກອງໃນທຸກວັນນີ້. ໄຊຊະນະດັ່ງກ່າວ ພວກເຮົາຂໍສະແດງຄວາມໄຫວ້ອາໄລ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອຕໍ່ດວງວິນຍານ ຂອງບັນດາພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມ.

ຕະຫລອດໄລຍະຜ່ານມາ ປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ປະຊາຊົນຊາວ ແຂວງສາລະວັນ ແລະ ແຂວງເຊກອງ ມີຄວາມຊາບຊຶ້ງ ແລະ ຈົດຈຳຈາລຶກ ບຸນຄຸນຢ່າງບໍ່ມີວັນຫລົງລືມໄດ້, ມູນເຊື້ອການຮ່ວມມືສຳພັນສູ້ຮົບ ລະຫວ່າງສອງຊາດ ລາວ-ຫວຽດນາມ ແມ່ນເປັນສັນຍາລັກທີ່ສະຫວ່າງ ສະໄຫວ ແລະ ຢືນຢັນໄດ້ວ່າ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດນາມ ແມ່ນການປະສານສົມທົບທີ່ມີປະສິດທິຜົນສູງ, ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງ ໃຫ້ແກ່ລູກຫລານຄົນຮຸ່ນຫລັງໄດ້ຮ່ຳຮຽນ ແລະ ສືບທອດເອົາຊົ່ວກາລະນານ.

ຈາກນັ້ນ ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມາລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນ ຂອງພະນັກງານ-ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດ ໃນປາງສົງຄາມໃນຄັ້ງນີ້ ພ້ອມນຳເອົາຮ່າງອັດຖິດັ່ງກ່າວ ຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version