Home ຂ່າວພາຍໃນ ໄຊຍະບູລີ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງໄຊຍະບູລີ ກາງສະໄໝທີ VII

ໄຊຍະບູລີ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງໄຊຍະບູລີ ກາງສະໄໝທີ VII

0

ກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ກາງສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 16 ພຶດສະພາ ນີ້ ທີ່ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍການນໍາຂັ້ນສູນກາງ, ການນໍາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ. ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ກອງປະຊຸມທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງໄຊຍະບູລີ, ກາງສະໄໝທີ VII ຄັ້ງນີ້ ພວກເຮົາຈະໄດ້ ເຊື່ອມຊຶມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20/1/2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ; ມາດຕະຖານຄະນະບໍລິຫານງານພັກແຂວງ; ສິດ ແລະ ໜ້າທີ່ ຂອງຄະນະພັກແຂວງ; ຂໍ້ຫ້າມສໍາລັບສະມາຊິກພັກທີ່ມີຄວາມໝາຍສໍາຄັນນີ້ ບັນດາສະຫາຍຜູ້ແທນກອງປະຊຸມຈະໄດ້ຮັບຟັງຄໍາເຫັນຊີ້ນໍາ ຈາກສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ຜູ້ຊີ້ນໍາແຂວງໄຊຍະບູລີ, ກ່ອນຈະໃຊ້ສິດລົງຄະແນນສຽງໃສ່ບົດທາບທາມຫາງສຽງຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນໍາພາລວມ, ບຸກຄົນຄະນະບໍລິຫານງານພັກແຂວງໄຊຍະບູລີ ກາງສະໄໝທີ VII ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສໍາຄັນ ຊຶ່ງເປັນການຕີລາຄາທົບທວນຄືນໝາກຜົນຂອງການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ໃນໄລຍະສອງປີເຄິ່ງຜ່ານມາ ໂດຍເລັ່ງໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນໍາໜ້າ ຂອງຄະນະພັກທຸກຂັ້ນ.

ສິ່ງສຳຄັນກໍເພື່ອກວດກາຄວາມຮັບຜິດຊອບການເມືອງ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງຕໍ່ການນຳພາລວມ ແລະ ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກ ຕາມການແບ່ງງານ, ແບ່ງຄວາມຮັບຜິດຊອບ ຊຶ່ງຊອກໃຫ້ເຫັນດ້ານຕັ້ງໜ້າ ທີ່ຈະເສີມຂະຫຍາຍ ແລະ ເຫັນໄດ້ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ. ທັງນີ້ ກໍເພື່ອເປັນຂໍ້ມູນພື້ນຖານທີ່ສຳຄັນໃນການເບິ່ງບັນຫາ ຂອງການຈັດຕັ້ງກໍຄືໃຫ້ແຕ່ລະສະຫາຍຄະນະພັກເປັນບ່ອນອີງໃນການປັບປຸງປົວແປງກໍ່ສ້າງຕົນເອງ. ແນໃສ່ຍົກສູງບົດບາດຄວາມສາມາດນໍາພາ ຂອງຄະນະພັກໃຫ້ສູງຂຶ້ນ ແລະ ເສີມຂະຫຍາຍຄວາມເປັນແບບຢ່າງນໍາໜ້າ ຂອງບັນດາສະຫາຍຄະນະພັກ ໃຫ້ກາຍເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ເປັນກໍາລັງແຮງສັງລວມໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ພັກ ແລະ ປະຊາຊົນມອບໝາຍ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍວາງໄວ້, ກໍຄືບັນລຸຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວາງອອກໃຫ້ປະກົດຜົນເປັນຈິງ.

ສະນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບ ຂອງຕົນເຂົ້າໃນການທາບທາມຄວາມເຊື່ອໝັ້ນໄວ້ວາງໃຈຕໍ່ການນຳພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງ ຢ່າງພາວະວິໄສ ຖືກຕ້ອງຕາມຄວາມເປັນຈິງ ແລະ ຢຶດໝັ້ນຕາມຫຼັກການ, ກົດລະບຽບ ແລະ ທັດສະນະ ຂອງພັກຢ່າງຖືກຕ້ອງ; ສຳຄັນແມ່ນຕ້ອງຫຼີກລ່ຽງການມີທັດສະນະອັກຄະຕິສ່ວນຕົວ ເພື່ອເປັນການໂຈມຕີບຸກຄົນໃດບຸກຄົນໜຶຶ່ງ ຫຼື ຕໍ່ການຈັດຕັ້ງໃດໜຶ່ງ ກໍຄືຕໍ່ການນຳພາລວມ ໂດຍບໍ່ມີການວິເຄາະວິໄຈໄຕ່ຕອງຖີ່ຖ້ວນ ທີ່ຈະພາໃຫ້ບຸກຄົນ ຫຼື ການຈັດຕັ້ງນັ້ນໆມີການເຊື່ອມເສຍ ແຕ່ໃນທີ່ນີ້ບໍ່ໝາຍຄວາມວ່າຈະບໍ່ໃຫ້ມີການຕຳນິສົ່ງຂ່າວ ແຕ່ການຕຳນິສົ່ງຂ່າວນັ້ນ ຕ້ອງມີລັກສະນະທີ່ສ້າງສັນ ຮັບປະກັນເຮັດໃຫ້ບຸກຄົນຄະນະພັກດັ່ງກ່າວໄດ້ຮັບຮູ້ ແລະ ພ້ອມກັນນັ້ນ ສະຫາຍທີ່ຖືກຕຳນິສົ່ງຂ່າວກໍໃຫ້ນຳເອົາຄໍາຕໍານິສົ່ງຂ່າວໄປພິຈະລະນາ ເພື່ອເປັນບົດຮຽນ ແລະ ປັບປຸງປົວແປງຕົນເອງ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າແທ້.

ຂ່າວ-ພາບ: ບຸນທີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version