Home ຂ່າວຕ່າງປະເທດ ນອກແວ ພົບກັບຄວາມທ້າທາຍໃນການໃຊ້ລົດໄຟຟ້າ (ເນື່ອງໃນໂອກາດວັນຊາດນອກແວ ວັນທີ 17 ພຶດສະພາ 1814 – 17 ພຶດສະພາ 2023)

ນອກແວ ພົບກັບຄວາມທ້າທາຍໃນການໃຊ້ລົດໄຟຟ້າ (ເນື່ອງໃນໂອກາດວັນຊາດນອກແວ ວັນທີ 17 ພຶດສະພາ 1814 – 17 ພຶດສະພາ 2023)

0

ປະເທດນອກແວ ເລີ່ມນຳລົດໄຟຟ້າເຂົ້າມາໃຊ້ໃນປະເທດເປັນເວລາເກືອບ 2 ທົດສະວັດ ໂດຍຜ່ານນະໂຍບາຍສົ່ງເສີມການໃຊ້ລົດໄຟຟ້າຂອງພາກລັດບວກກັບຄວາມຮ່ວມມືຈາກພາກເອກະຊົນ ໂດຍສະເພາະກຸ່ມທຸລະກິດນະວັດຕະກຳທີ່ຄິດຄົ້ນເຕັກໂນໂລຊີໃໝ່ໆ ເພື່ອອຳນວຍຄວາມສະດວກໃນການໃຊ້ລົດໄຟຟ້າ ສົ່ງຜົນໃຫ້ປະເທດນອກແວກ້າວຂຶ້ນສູ່ການເປັນປະເທດຜູ້ນຳດ້ານການໃຊ້ລົດໄຟຟ້າ ໂດຍອີງຕາມຂໍ້ມູນສະຖິຕິເປີດເຜີຍວ່າ ປະເທດນອກແວມີຈຳນວນລົດໄຟຟ້າຕໍ່ຈຳນວນປະຊາກອນ (EVs per capital) ສູງທີ່ສຸດໃນໂລກ. ເຖິງຢ່າງໃດກໍຕາມ, ນອກແວຍັງຕ້ອງປະເຊີນກັບຄວາມທ້າທາຍຈາກການປ່ຽນຜ່ານປະເທດສູ່ການໃຊ້ລົດໄຟຟ້າຢ່າງເຕັມຮູບແບບ ໂດຍມີປັດໄຈຕ່າງໆດັ່ງນີ້:

ໜຶ່ງ, ມາດຕະການກຳນົດໃຫ້ລົດໃຫຍ່ສ່ວນບຸກຄົນທີ່ຊື້ໃໝ່ຕັ້ງແຕ່ປີ 2025 ເປັນຕົ້ນໄປຕ້ອງເປັນລົດໄຟຟ້າ ຫຼື ລົດໄຮບຣິດ (Hybrid) ຕາມທີ່ລັດຖະບານນອກແວໄດ້ປະກາດມາດຕະການໃຫ້ ລົດສ່ວນບຸກຄົນທຸກຄັນທີ່ຊື້ໃໝ່ຕັ້ງແຕ່ປີ 2025 ເປັນຕົ້ນໄປ ຈະຕ້ອງເປັນລົດໄຟຟ້າ ຫຼື ລົດ Hybrid (ລົດໃຫຍ່ທີ່ໃຊ້ນໍ້າມັນເຊື້ອໄຟຮ່ວມກັບມໍເຕີໄຟຟ້າ) ໂດຍມາດຕະການດັ່ງກ່າວເປັນສ່ວນໜຶ່ງຂອງນະໂຍບາຍການຂົນສົ່ງ ແລະ ຈະລາຈອນແຫ່ງຊາດພາຍໃຕ້ການເບິ່ງແຍງຂອງກົມການຂົນສົ່ງທາງບົກ ໂດຍມີຜົນບັງຄັບໃຊ້ໃນລະຫວ່າງປີ 2022-2033. ສອງ, ການສ້າງສະຖານີສາກໄຟຟ້າສາທາລະນະໃຫ້ພຽງພໍຕໍ່ຄວາມຕ້ອງການ ໂດຍການສ້າງສະຖານີສາກໄຟຟ້າສາທາລະນະທົ່ວປະເທດເປັນການທ້າທາຍຂອງລັດຖະບານນອກແວ ແລະ ລັດຖະບານໃນຫຼາຍໆປະເທດ ເພາະປັດໄຈດ້ານໂຄງສ້າງພື້ນຖານມີຄວາມສຳຄັນຕໍ່ການຕັດສິນໃຈປ່ຽນຈາກການໃຊ້ລົດນ້ຳມັນເຊື້ອໄຟມາເປັນລົດທີ່ໃຊ້ພະລັງງານໄຟຟ້າ ຊຶ່ງນອກແວໄດ້ສະເໜີແຜນພັດທະນາໂຄງສ້າງພື້ນຖານດ້ານພະລັງງານຕໍ່ລັດຖະສະພານອກແວ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງກັບການກໍ່ສ້າງສະຖານີສາກໄຟຟ້າສາທາລະນະເຊັ່ນ: ສະເໜີໃຫ້ສ້າງສະຖານີສາກໄຟຟ້າສາທາລະນະໃນເມືອງໃຫຍ່ 10 ເມືອງ ໃຫ້ໄດ້ອັດຕາສ່ວນລົດໄຟຟ້າຢ່າງໜ້ອຍ 10 ຄັນຕໍ່ໜຶ່ງສະຖານີສາກໄຟ; ສະເໜີໃຫ້ສ້າງສະຖານີສາກໄຟຟ້າສາທາລະນະໃນເມືອງອື່ນໆໃຫ້ໄດ້ອັດຕາສ່ວນລົດໄຟຟ້າຢ່າງໜ້ອຍ 20 ຄັນຕໍ່ໜຶ່ງສະຖານີສາກໄຟ ແລະ ສະເໜີໃຫ້ສ້າງສະຖານີສາກໄຟຟ້າສາທາລະນະແບບສາກໄວໃຫ້ໄດ້ອັດຕາສ່ວນລົດໄຟຟ້າ 100 ຄັນຕໍ່ໜຶ່ງສະຖານີສາກໄຟ.

ສາມ, ຄວາມທ້າທາຍໃນການສ້າງແຮງຈູງໃຈໃຫ້ກັບການລົງທຶນໃນໂຮງງານຜະລິດແບັດເຕີຣີພາຍໃນປະເທດ ໂດຍແບັດເຕີຣີເປັນແຫຼ່ງພະລັງງານສຳຄັນຂອງລົດໄຟຟ້າ ການພັດທະນາເຕັກໂນໂລຊີການຜະລິດແບັດເຕີຣີຈຶ່ງເປັນອີກໜຶ່ງຄວາມທ້າທາຍຂອງຕ່ອງໂສ້ການສະໜອງຂອງລົດໄຟຟ້າ ໂດຍລັດຖະບານນອກແວໃຫ້ຄວາມສຳຄັນຕັ້ງແຕ່ຈຸດເລີ່ມຕົ້ນຂອງຕ່ອງໂສ້ຄື ຂະບວນການສະກັດແຮ່ທາດທີ່ຈຳເປັນຕໍ່ການຜະລິດແບັດເຕີຣີໄປຈົນເຖິງຂະບວນການນຳແບັດເຕີຣີກັບມາໃຊ້ໃໝ່ ໂດຍຕັ້ງເປົ້າໝາຍວ່າ ນອກແວຈະເປັນປະເທດທີ່ດຶງດູດນັກລົງທຶນ ເພື່ອການກໍ່ສ້າງໂຮງງານຂະໜາດໃຫຍ່ ທັງນີ້, ນອກແວມີຊັບພະຍາກອນທຳມະຊາດທີ່ສຳຄັນ ແລະ ມີຕົ້ນທຶນໃນການຜະລິດໄຟຟ້າພະລັງງານໝູນວຽນຕ່ຳ ໂດຍນອກແວມີຄວາມສາມາດທີ່ຈະຕໍ່ຍອດເປັນສູນກາງການຜະລິດແບັດເຕີຣີໃນລະດັບສາກົນ. ເຖິງແມ່ນວ່ານອກແວຈະຕັ້ງເປົ້າໝາຍການເປັນສູນກາງການຜະລິດແບັດເຕີຣີໃນອະນາຄົດ ແຕ່ລັດຖະບານນອກແວຍັງຕ້ອງປະເຊີນກັບຄວາມທ້າທາຍບາງປະການໄດ້ແກ່: ການຂາດຜູ້ຊ່ຽວຊານສະເພາະທາງ, ການຂາດນັກລົງທຶນຈາກຕ່າງປະເທດ, ຍັງມີແຫຼ່ງແຮ່ລິທຽມ (Lithium) ພາຍໃນປະເທດບໍ່ພຽງພໍ ແລະ ການກໍ່ສ້າງໂຮງງານຕ້ອງໃຊ້ທັງໄລຍະເວລາ ແລະ ເງິນລົງທຶນຈຳນວນຫຼາຍ ເນື່ອງຈາກຕ້ອງໃຊ້ສະຖານທີ່ຂະໜາດໃຫຍ່ສຳລັບການກໍ່ສ້າງ ແລະ ການວາງລະບົບການຂົນສົ່ງສິນຄ້າ ແລະ ບໍລິການທີ່ມີປະສິດທິພາບ.

ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ການປ່ຽນແປງການໃຊ້ລົດທີ່ໃຊ້ພະລັງງານນ້ຳມັນເຊື້ອໄຟມາເປັນການໃຊ້ລົດໄຟຟ້າ ເພື່ອຫຼຸດການປ່ອຍອາຍແກັສເຮືອນແກ້ວສູ່ຊັ້ນບັນຍາກາດເປັນຄວາມທ້າທາຍຄັ້ງສຳຄັນຂອງປະເທດຕ່າງໆ ເພື່ອຮ່ວມກັນຮັກສາອຸນຫະພູມຂອງໂລກໃຫ້ຄົງຢູ່ໃນສະພາວະປົກກະຕິ ຄວາມທ້າທາຍຄັ້ງນີ້ຈຶ່ງເປັນສິ່ງທີ່ທຸກພາກສ່ວນຕ້ອງຮ່ວມມືກັນ ເພື່ອຫາທາງອອກທີ່ເໝາະສົມສຳລັບການກ້າວຜ່ານຄວາມທ້າທາຍນີ້.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version