Home ຂ່າວພາຍໃນ 3 ແຂວງພາກໃຕ້ ພົບປະແລກປ່ຽນບົດຮຽນການສົ່ງຂໍ້ມູນຂ່າວສານຜ່ານສື່

3 ແຂວງພາກໃຕ້ ພົບປະແລກປ່ຽນບົດຮຽນການສົ່ງຂໍ້ມູນຂ່າວສານຜ່ານສື່

0

ກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານການສົ່ງຂໍ້ມູນຂ່າວສານຜ່ານສື່ວິທະຍຸ-ໂທລະພາບ ແລະ ບາງບົດຮຽນທີ່ພົ້ນເດັ່ນຂອງການຄຸ້ມຄອງບໍລິຫານສະຖານີວິທະຍຸ-ໂທລະພາບລະຫວ່າງ 3 ແຂວງພາກໃຕ້ຄື: ເຊກອງ, ສາລະວັນ ແລະ ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ ນີ້ ທີ່ພະແນກຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໂດຍການເປັນປະທານຮ່ວມຂອງທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງເຊກອງ, ມີທ່ານ ອ໋ອງຄໍາ ຄູນສະໄໝ ຮອງຫົວໜ້າພະແນກ ຖວທ ແຂວງ ອັດຕະປື, ທ່ານ ຄໍາໄພ ໄຊຍະເດດ ຮອງຫົວໜ້າພະແນກ ຖວທ ແຂວງສາລະວັນ, ມີພະນັກງານຫຼັກແຫຼ່ງຂະ ແໜງການສື່ມວນຊົນ 3 ແຂວງເຂົ້າຮ່ວມ.

ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອແລກປ່ຽນບົດຮຽນກ່ຽວກັບວຽກງານການສົ່ງຂໍ້ມູນຂ່າວສານຜ່ານສື່ວິທະຍຸ-ໂທລະພາບ ແລະ ບາງບົດຮຽນທີ່ພົ້ນເດັ່ນໃນການຄຸ້ມຄອງສະຖານີວິທະຍຸ-ໂທລະພາບລະຫວ່າງ 3 ແຂວງ (ເຊກອງ, ອັດຕະປື ແລະ ສາລະວັນ) ໃຫ້ຖືກຕ້ອງພາວະວິໃສເພື່ອເຫັນໄດ້ດ້ານຕັ້ງໜ້າ ພ້ອມກັນສືບຕໍ່ເສີມຂະຫຍາຍ, ຈຸດອ່ອນ, ສິ່ງທ້າທາຍ ແລະ ສາເຫດທີ່ພວກເຮົາຈະໄດ້ພ້ອມກັນແກ້ໄຂ, ພ້ອມກັນນີ້ ເພື່ອຄວາມເປັນເອກະພາບໃນການກໍານົດທິດທາງ, ແຜນການຮ່ວມມືໃນຕໍ່ໜ້າໃຫ້ຖີ່ຖ້ວນ ແລະ ມີຄວາມຮັບຜິດຊອບສູງ. ຕັດສິນໃຈສູ້ຊົນຊຸກຍູ້ວຽກງານວິທະຍຸ-ໂທລະພາບໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ດີຂຶ້ນກວ່າເກົ່າ ເພື່ອຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ ກໍຄືຂອງແຕ່ລະແຂວງ ທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ວິໃສທັດ 2030, ຍຸດທະສາດ 2025 ແລະ ແຜນພັດທະນາວຽກງານ ຖວທ ທີ່ກະຊວງ ແລະ ຂອງແຕ່ລະແຂວງທີ່ໄດ້ຮັບຮອງໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາວຽກງານວິທະຍຸ-ໂທລະພາບໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມວິໃສທັດຂອງວຽກງານ ຖວທ ທີ່ໄດ້ກຳນົດໄວ້ເພື່ອໃຫ້ມີການພັດທະນາທີ່ດີຂຶ້ນເປັນກ້າວໆ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນຂອງການບໍລິຫານວຽກງານວິທະຍຸ-ໂທລະ ພາບຂອງ 3 ແຂວງໃຫ້ກັນຊາບ ພ້ອມກັນຕີລາຄາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານສື່ມວນຊົນໄດ້ຮັບການປັບປຸງ, ແກ້ໄຂ ແລະ ມີການເຄື່ອນໄຫວຢ່າງຕັ້ງໜ້າ, ແຂງແຮງ ແລະ ຮັບປະ ກັນການເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນຢ່າງແທ້ຈິງ.

ຂ່າວ-ພາບ: ຊິບປະໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version