Home ຂ່າວພາຍໃນ ລັດຖະມົນຕີ ກຕສ ພົບປະໂອ້ລົມພະນັກງານ ພະແນກ ຕສ ແຂວງສະຫວັນນະເຂດ

ລັດຖະມົນຕີ ກຕສ ພົບປະໂອ້ລົມພະນັກງານ ພະແນກ ຕສ ແຂວງສະຫວັນນະເຂດ

0

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມຄະນະ ໄດ້ພົບປະໂອ້ລົມພະນັກງານ ຫຼັກແຫຼ່ງພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ໂດຍມີທ່ານ ບຸນດາໄລ ເຄນນະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີພະນັກງານຫຼັກແຫຼ່ງພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ບຸນດາໄລ ເຄນນະວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ໃຫ້ຮູ້ວ່າ: ການພັດທະນາວຽກງານໄປສະນີແມ່ນມີການພັດທະນາຢ່າງຕໍ່ເນື່ອງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມຢູ່ໃນລະດັບດີພໍສົມຄວນ, ຜູ້ຊື້ສາມາດເຂົ້າເຖິງຜູ້ຂາຍສິນຄ້າໄດ້ງ່າຍຂຶ້ນກວ່າເກົ່າຍ້ອນຕາງໜ່າງໄປສະນີ ແລະ ຂົນສົ່ງດ່ວນ ໄດ້ກວມເອົາທຸກເມືອງ. ນອກຈາກນີ້, ລະບົບອິນເຕີເນັດກໍສາມາດເຂົ້າເຖິງຫຼາຍຂົງເຂດ ພຽງແຕ່ມີອຸປະກອນເຊື່ອມຕໍ່ເທົ່ານັ້ນກໍສາມາດຕິດຕໍສື່ສານກັນໄດ້ຢ່າງໄວວາ ແລະ ງ່າຍດາຍ. ໃນທົ່ວແຂວງມີຜູ້ດໍາເນີນທຸລະກິດດ້ານໄປສະນີ ແລະ ຂົນສົ່ງດ່ວນ ທັງໝົດ 24 ຫົວໜ່ວຍ.

ສໍາລັບສັນຍາໂທລະຄົມສາມາດຄວບຄຸມໄດ້ 92,2% ຂອງຈໍານວນບ້ານໃນທົ່ວແຂວງ ແລະ ໄດ້ຊຸກຍູ້-ສົ່ງເສີມບັນດາຂະແໜງການພາກລັດຢູ່ຫ້ອງການທ້ອງຖິ່ນໃຫ້ມີການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານຄຸ້ມຄອງ ຊຶ່ງປະຕິບັດໄດ້ 8 ຕົວເມືອງຕາມແຜນບຸລິມະສິດຂອງກະຊວງ. ໃນປີ 2022 ສາມາດເກັບລາຍຮັບວິຊາການໄດ້ທັງໝົດ 594 ລ້ານກວ່າກີບ, ເທົ່າກັບ 99,1%.

ໃນໂອກາດດ່ງກ່າວ ທ່ານລັດຖະມົນຕີ ກະຊວງ ຕສ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດຍາດມາໄດ້ ຊຶ່ງສະແດງອອກໃນການຈັດເກັບລາຍຮັບ, ການຂະຫຍາຍຕາງໜ່າງເຄື່ອຂ່າຍຄົມມະນາຄົມຂົນສົ່ງ ແລະ ອື່ນໆ. ພ້ອມກັນນັ້ນ ກໍໄດ້ເນັ້ນໃຫ້ສຸມໃສ່ບັນດາເຂດທີ່ຢູ່ຫ່າງໄກສອກຫຼີກທີ່ເປັນເຂດກໍາລັງພັດທະນາ ເນື່ອງຈາກວ່າແຂວງສະຫວັນນະເຂດ ເປັນແຂວງທີ່ມີເນື້ອທີ່ກວ້າງ. ພ້ອມທັງຮຽກຮ້ອງໃຫ້ບັນດາພະນັກງານວິຊາການ ກໍຄືການນໍາພະແນກ ຈົ່ງເອົາໃຈປະຕິບັດໜ້າທີ່ຂອງຕົນທີ່ຍັງຄົງຄ້າງໃຫ້ສໍາເລັດ, ສືບຕໍ່ການຂະຫຍາຍຕາໜ່າງໂທລະຄົມໃນເຂດຫ່າງໄກສອກຫຼີກໃຫ້ສາມາດເຂົ້າເຖິງໄດ້ທຸກຂົງເຂດ ເພື່ອໃຫ້ແຂວງສະຫວັນນະເຂດມີໃບໜ້າໃໝ່ໃນຍຸກອຸດສາຫະກໍາ 4.0.

ຂ່າວ: ສະຫວັນນະເຂດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version