Home ຂ່າວດ່ວນ ຄ່າເຊົ່າແພງ ສະມາຄົມປີ້ງໄກ່ເຊໂນ ສະເໜີຫົວໜ້າພະແນກ ອຄ ແຂວງ ຊ່ວຍແກ້ໄຂ

ຄ່າເຊົ່າແພງ ສະມາຄົມປີ້ງໄກ່ເຊໂນ ສະເໜີຫົວໜ້າພະແນກ ອຄ ແຂວງ ຊ່ວຍແກ້ໄຂ

0

ສະມາຄົມປິ້ງໄກ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ສະເໜີຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງທີ່ລົງມາພົບປະກັບສະມາຄົມ ໃຫ້ຊ່ວຍເຫຼືອກ່ຽວກັບຄ່າເຊົ່າແພງ ພາຍຫຼັງທີ່ສ້ອມແປງສໍາເລັດ, ໜຶ່ງໃນຕົວແທນສະມາຄົມປີ້ງໄກ່ເຊໂນໄດ້ກ່າວວ່າ: ຄ່າເຊົ່າບ່ອນຂາຍປີ້ງໄກ່ລາດທີ່ເພິ່ນກໍາລັງສ້ອມແປງຢູ່ນັ້ນມີລາຄາເຊົ່າ 3-5 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນ ຖືວ່າແພງເກີນໄປ, ໃນນີ້ ຍັງບໍ່ທັນໄດ້ນັບທັງຄ່ານໍ້າ, ຄ່າໄຟຟ້າ ເມື່ອປຽບທຽບກັບຄ່າຄອງຊີບໃນປັດຈຸບັນ ແມ່ນພວກເຮົາສູ້ບໍ່ໄຫວ ດັ່ງນັ້ນຈຶ່ງຢາກໃຫ້ທາງຂັ້ນເທິງແກ້ໄຂຊ່ວຍ, ຖ້າວ່າຄ່າເຊົ່າຢູ່ໃນລະດັບ 5 ແສນ ຫາ 1 ລ້ານກີບ ຕໍ່ຫ້ອງ ຕໍ່ເດືອນແມ່ນພໍຢູ່ໄດ້.

ໂອກາດດັ່ງກ່າວ, ທ່ານ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ ໄດ້ຮັບປາກກັບສະມາຄົມວ່າ ຈະນໍາເອົາຄໍາສະເໜີຂອງສະມາຄົມໄປສະເໜີຕໍ່ຂັ້ນເທິງພິຈາລະນາແກ້ໄຂຕາມສະພາບຄວາມເປັນຈິງຂອງເສດຖະກິດໃນປັດຈຸບັນ, ຄຽງຄູ່ກັນນີ້ທ່ານຍັງເນັ້ນໃຫ້ແມ່ຄ້າ ຫຼື ວ່າຮ້ານປິ້ງໄກ່ລາດແຕ່ລະຮ້ານ ທັງຮ້ານທີ່ໄດ້ຮັບເຄື່ອງໝາຍສິນຄ້າໂອດັອບ ແລະ ຍັງບໍ່ທັນໄດ້ໂອດັອບ ຕ້ອງໄດ້ມີການພັດທະນາຕົນເອງຂຶ້ນ, ການຫຸ້ມຫໍ່ຜະລິດຕະພັນແມ່ນສໍາຄັນ, ປັດຈຸບັນແມ່ນຍັງປະຖົມປະຖານຢູ່, ການຮັກສາສຸຂະອະນາໄມ ແລະ ເພີ່ມຄວາມດຶງດູດແກ່ຜູ້ບໍລິໂພກ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ, ຮັກສາເອກະລັກປີ້ງໄກ່ລາດເຊໂນໃຫ້ຍືນຍົງ ເພາະວ່າປີ້ງໄກ່ລາດເຊໂນແມ່ນຕິດອັນດັບໜຶ່ງຂອງປະເທດລາວ.

ຂະນະດຽວກັນ, ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ຜູ້ຊີ້ນໍາວຽກງານເສດຖະກິດ ມີຄໍາເຫັນວ່າ: ຕໍ່ໄປຕ້ອງພັດທະນາ ປັບປຸງໃຫ້ມັນດີຂຶ້ນ, ຮ້ານໃດເຂົ້າເປັນສະມາຊິກແມ່ນມີແຜ່ນຕິດໃສ່ປ້າຍ ແລະ ຮ້ານໃດທີ່ຍັງບໍ່ທັນໄດ້ໂອດັອບ ກໍຕ້ອງບຸກບືນ, ຢ່າງໜຶ່ງ ສະມາຄົມປີ້ງໄກ່ລາດຂອງພວກເຮົາຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ.

ທ່ານ ບຸນທະວີ ສີສຸມັງ ຮອງຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າເມືອງອຸທຸມພອນ ກ່າວວ່າ: ພາຍຫຼັງທີ່ກຸ່ມ ຫຼື ສະມາຄົມຜູ້ຜະລິດປິ້ງໄກ່ລາດເຊໂນ ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍສິນຄ້າໂອດັອບຢ່າງເປັນທາງການແລ້ວ, ເບື້ອງຕົ້ນຮ້ານປີ້ງໄກ່ລາດທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍແມ່ນມີ 15 ຮ້ານ, ໄດ້ຢຸດເຊົາກິດຈະການ 5 ຮ້ານ, ເນື່ອງຈາກມີການຍົກຍ້າຍຖິ່ນຖານໄປຢູ່ບ່ອນອື່ນ, ຍ້ອນບໍ່ມີຜູ້ສືບທອດ, ແຕ່ພາຍຫຼັງຜະລິດຕະພັນປີ້ງໄກ່ລາດເຊໂນໄດ້ຮັບກາໝາຍໂອດັອບແຫ່ງຊາດແລ້ວ ເຫັນວ່າໄດ້ຮັບຄວາມນິຍົມເປັນທີ່ຕ້ອງການຂອງສັງຄົມພາຍໃນ ແລະ ນັກທ່ອງທ່ຽວພາຍນອກຫຼາຍຂຶ້ນ ແລະ ມາຮອດປັດຈຸບັນມີຈໍານວນສະມາຊິກທັງໝົດ 52 ຮ້ານ ຊຶ່ງມີຍອດຂາຍແຕ່ລະວັນປະມານ 1.200 ຫາ 1.500 ໂຕ.

ພິທີພົບປະດັ່ງກ່າວ ໄດ້ຈັດຂຶ້ນໃນຕວັນທີ 9 ພຶດສະພາ ຜ່ານມາ ທີ່ສາມຫຼ່ຽມປິ້ງໄກ່ເຊໂນ ເມືອງອຸທຸມພອນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກອຸດສາຫະກໍາ-ການຄ້າແຂວງ, ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ຜູ້ຊີ້ນໍາວຽກງານເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ຂ່າວ-ພາບ: ເມືອງອຸທຸມພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version