Home ຂ່າວຕ່າງປະເທດ ອາຊຽນ ຊຸກຍູ້ການປ້ອງກັນ-ຕ້ານການຄ້າມະນຸດ ຢ່າງເຂັ້ມແຂງ

ອາຊຽນ ຊຸກຍູ້ການປ້ອງກັນ-ຕ້ານການຄ້າມະນຸດ ຢ່າງເຂັ້ມແຂງ

0

ຕາມ​ຂ່າວ​ຈາກວິທະຍຸສາ​ກົນຫວຽດນາມ, ກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຈະຈັດ​ຂຶ້ນແຕ່ວັນທີ 9–11 ພຶດສະພາ ຢູ່ອິນໂດເນເຊຍ ​ຊຸກຍູ້ບັນດາ​ຄວາມ​ມານະ ພະຍາຍາມປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າມະນຸດ​ຢ່າງ​ເຂັ້ມ​ແຂງ ຫລັງ​ຈາກສະພາບ​ການ​ບັນດາ​ຄະດີຄ້າ​ມະນຸດ​ເກີດ​ຂື້ນ​ ນັບ​ມື້​ຫລາຍ​ຂຶ້ນ ຢູ່​ບັນດາ​ປະ​ເທດ ​ໃນ​ພາກ​ພື້ນ ດ້ວຍ​ຮູບ​ການ ຫລອກ​ລວງ ​ໂດຍ​ນຳ​ໃຊ້ ​ເຕັກ​ໂນ​ໂລ​ຊີ ຂໍ້​ມູນ ​ຂ່າວສານ ​ແລະ ປຶກສາຫາລື ອີກຫລາຍ ບັນຫາ ສຳຄັນ ຢູ່​ພາຍ​ໃນ​ ແລະ ນອກພາກພື້ນ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ຄາດວ່າ ຈະຈັດຂຶ້ນ ໃນເດືອນ ກັນຍາ ຈະມາເຖິງຢູ່ ອິນໂດເນເຊຍ ​ເພື່ອດຶງດູດ ການເຂົ້າຮ່ວມ ຂອງບັນດາ ການນຳ ອາຊຽນ ແລະ ບັນດາ ປະເທດ ຄູ່ຮ່ວມມື ເພື່ອແນໃສ່ ປຶກສາ ຫາລື ບັນດາ ມາດຕະການ ເພີ່ມທະວີ ການຮ່ວມມື ລະຫວ່າງ ອາຊຽນ ກັບບັນດາ ປະເທດ ຄູ່ຮ່ວມມື ພາຍນອກ.ສຳລັບ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 42 ມີກອງປະຊຸມ ຂັ້ນສູງ 8 ຄັ້ງ. ໃນນັ້ນ, ທ່ານ ​ໂຈ​ໂກ ວີ​​ໂດ​ໂດ (Joko Widodo), ປະທານາທິບໍດີ ອິນໂດ ເນເຊຍ ຈະເປັນປະທານ ກອງປະຊຸມ 7 ຄັ້ງ, ລວມມີ ບັນດາກອງປະຊຸມ ຄົບຄະນະ ແລະ ກອງປະຊຸມ ວົງແຄບ. ກອງປະຊຸມ ສຸດຍອດ ຍັງເຫລືອແມ່ນ ກອງປະຊຸມ ຂັ້ນສູງ ຮ່ວມມື ພາກພື້ນ ເຕີບໂຕ ອາຊຽນ ຕາເວັນອອກ Brunei Darussalam-Indonesia-Malaysia-Philippines (BIMP-EAGA) ຄັ້ງທີ 15 ໂດຍມີ ນາຍົກ ລັດຖະມົນຕີ ມາເລ ເຊຍ ເປັນປະທານ ບົນພື້ນຖານ ໝູນວຽນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version