Home ຂ່າວພາຍໃນ ສ້າງປຶ້ມຄູ່ມືວ່າດ້ວຍການສຳພາດ ແລະ ການເອົາຄໍາໃຫ້ການ ຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ

ສ້າງປຶ້ມຄູ່ມືວ່າດ້ວຍການສຳພາດ ແລະ ການເອົາຄໍາໃຫ້ການ ຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ

0

ກອງປະຊຸມສ້າງປຶ້ມຄູ່ມືວ່າດ້ວຍການສຳພາດ ແລະ ການເອົາຄໍາໃຫ້ການ ຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ ເປັນຕົ້ນ ຜູ້ຖືກເຄາະຮ້າຍ, ພິຍານ ແລະ ຜູ້ມີຄວາມສ່ຽງ ຂອງພະນັກງານໄອຍະການປະຊາຊົນ ໄດ້ໄຂຂຶ້ນທີ່ແຂວງອຸດົມໄຊ ລະຫວ່າງວັນທີ 2-6 ພຶດສະພາ 2023 ຕາມການຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີ ຄະນະຮັບຜິດຊອບສ້າງປຶ້ມຄູ່ມືດັ່ງກ່າວ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງລາວ ແລະ ຜູ້ໃຫ້ທຶນເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນວ່າ ການຄ້າມະນຸດເປັນອາຊະຍາກໍາ ທີ່ມີຄວາມອັນຕະລາຍຮ້າຍແຮງ ແລະ ມີຜົນກະທົບໂດຍກົງຕໍ່ກຽດສັກສີ ແລະ ສິດທິພື້ນຖານຂອງພົນລະເມືອງ ຊຶ່ງໄດ້ເກີດຂຶ້ນຢ່າງແຜ່ຫລາຍໃນບັນດາປະເທດໃນໂລກ ຊຶ່ງພັກ ແລະ ລັດເຮົາຍາມໃດ ກໍໃຫ້ຄວາມເອົາໃຈໃສ່ ແລະ ແມ່ນພາລະບົດບາດໜຶ່ງຂອງອົງການໄອຍະການປະຊາຊົນ ໃນຖານະເປັນອົງການປົກປ້ອງກົດໝາຍ, ເປັນອົງການຕິດຕາມກວດ ກາການເຄົາລົບ ແລະ ປະຕິບັດກົດດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ຮັບປະກັນ ໃຫ້ການດຳເນີນຄະດີອາຍາ ຊຶ່ງໃນນີ້ ລວມທັງຄະດີກນຄ້າມະນຸດ ໄດ້ດຳເນີນຢ່າງຮອບດ້ານຄົບຖ້ວນ, ພາວະວິໄສ, ຖືກຕ້ອງ, ເປັນທຳ, ນຳເອົາຜູ້ກະທຳຜິດ ມາລົງໂທດ ຕາມກົດໝາຍ, ບໍ່ໃຫ້ຜູ້ບໍລິສຸດ ຕ້ອງຖືກລົງໂທດ, ບໍ່ໃຫ້ພໍ່ແມ່ປະຊາຊົນ ຕົກເປັນເຫຍື່ອຂອງການຄ້າມະນຸດ, ປະເທດຊາດ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ວັດທະນາຖາວອນ. ຍ້ອນແນວນັ້ນ ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການດຳເນີນຄະດີຄ້າມະນຸດ ຂອງອົງການປົກປ້ອງກົດໝາຍ ກໍຄື ຂອງພະນັກງານໄອຍະການປະຊາຊົນ ຈຶ່ງເປັນບັນຫາທີ່ມີຄວາມສຳຄັນເປັນຢ່າງຍິ່ງ ແລະ ຕ້ອງມີທິດສະດີກົດໝາຍ ທີ່ໄດ້ຮັບການຄົ້ນຄວ້າ ຢ່າງລະອຽດຈະແຈ້ງ ເພື່ອເປັນພື້ນຖານໃຫ້ແກ່ພຶດຕິກຳໃນການດຳເນີນຄະດີອາຍາ.

ບົນພື້ນຖານນັ້ນ ຄະນະຄົ້ນຄວ້າອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ສູນກາງສະຫະພັນແມ່ຍິງລາວ ຈຶ່ງພ້ອມກັນຄົ້ນຄວ້າຂຽນປື້ມຄູ່ມືວ່າດ້ວຍການສໍາພາດ ແລະ ການເອົາຄໍາໃຫ້ການ ຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ ເປັນຕົ້ນ ຜູ້ຖືກເຄາະຮ້າຍ, ພິຍານ ແລະ ຜູ້ມີຄວາມສ່ຽງ ຂອງພະນັກງານໄອຍະການປະຊາຊົນ ໂດຍມີ 6 ບົດ ກ່ຽວກັບຄວາມຮູ້ພື້ນຖານ, ທັກສະໃນການສໍາພາດ ແລະ ການເອົາຄໍາໃຫ້ການ, ການກະກຽມ, ການສຳພາດ, ການປະເມີນຜົນການສຳພາດ ແລະ ການເອົາຄຳໃຫ້ການ, ການນຳໃຊ້ຜົນຂອງການສໍາພາດ ແລະ ຄໍາໃຫ້ການ ເປັນຫຼັກຖານ ແລະ ພ້ອມດ້ວຍແບບຟອມຈຳນວນໜຶ່ງ ເພື່ອເປັນພື້ນຖານໃຫ້ພະນັກງານໄອຍະການປະຊາຊົນ ໄດ້ນຳໃຊ້ເຂົ້າໃນການສຳພາດ ແລະ ການເອົາຄຳໃຫ້ການຜູ້ເຂົ້າຮ່ວມໃນຄະດີຄ້າມະນຸດ, ຄົ້ນຄວ້າ, ສັ່ງຟ້ອງ ແລະ ຖະແຫລງຄະດີຄ້າມະນຸດ ຕໍ່ສານ ເພື່ອພິຈາລະນາ ຕັດສີນຕາມກົດໝາຍ, ຮັບປະກັນໃຫ້ການດຳເນີນຄະດີ ຮອບດ້ານ ແລະ ຄົບຖ້ວນ ພາວະວິໄສ ຖືກຕ້ອງ ແລະ ຍຸຕິທຳ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍຢ່າງບໍ່ຢຸດຢັ້ງ.

ຂ່າວ: ວົງເດືອນ ສຸພັນທອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version