Home ຂ່າວຕ່າງປະເທດ ປະຊາກອນຍີ່ປຸ່ນກວ່າ 94% ຜະເຊີນກັບຜົນກະທົບຈາກລາຄາສິ້ນຄ້າແພງ

ປະຊາກອນຍີ່ປຸ່ນກວ່າ 94% ຜະເຊີນກັບຜົນກະທົບຈາກລາຄາສິ້ນຄ້າແພງ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ​ ຂອງ ສປ ຈີນ,ຜົນສຳ​ຫລວດ ຫລ້າ​ສຸດ ​ທະນາຄານ​ກາງ​ ຍີ່ປຸ່ນ ລະບຸ​ວ່າ: ປະຊາຊົນ 94,5% ​ໄດ້​ຮັບ​ ຜົນ​ກະທົບ​ ຈາກ​ລາຄາ​ ສິນຄ້າ ​ແພງ​ຂຶ້ນ ຫລາຍກວ່າ ​ປີ​ກາຍ ​ໃນ​ນີ້ 62,8% ມີ​ຄວາມ​ຄິດ​ເຫັນ​ວ່າ ລາຄາ​ສິນຄ້າ ​ເພີ່ມ​ຂຶ້ນ ​ຫລາຍ​ທີ່​ສຸດ ຫລັງ​ຈາກ ເກັບກຳ ຄວາມ​ຄິດ​ເຫັນ​ຈາກ ຜູ້​ມີ​ອາຍຸ 20ປີ ​ຂຶ້ນ​ໄປ ຈຳນວນ 1.981ຄົນ.​ໃນ​ນີ້ ປະມານ 56% ຜະ​ເຊີນ​ກັບ ​ວິ​ກິດ​ ດ້ານ​ການ​ເງິນ.ຕາມ​ການ​ສຳ​ຫລວດ ທີ່​ຈັດ​ຂຶ້ນ ​ທຸກ 3​ເດືອນ ສະ​ແດງ ​ໃຫ້​ເຫັນ​ວ່າ ຄ່າ​ໃຊ້​ຈ່າຍ ​ເພີ່ມ​ຂຶ້ນ​ ຂອງ​ຜູ້​ຄົນ ​ສ່ວນ​ໃຫຍ່ ໝົດ​ໄປ​ກັບ​ ສິນຄ້າ ປະ​ເພດ ອາຫານ,ຮອງ​ລົງ​ມາ​ ແມ່ນ​ເຄື່ອງ​ໃຊ້​ ປະຈຳ​ວັນ ​ແລະ ​ເຄື່ອງ​ໃຊ້ ​ໄຟຟ້າ ຕາມ​ລຳດັບ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version