Home ຂ່າວຕ່າງປະເທດ ສະພາບແວດລ້ອມ ສປ ຈີນ ໄດ້ຮັບການຟື້ນຟູດີຂຶ້ນຢ່າງຕໍ່ເນື່ອງ

ສະພາບແວດລ້ອມ ສປ ຈີນ ໄດ້ຮັບການຟື້ນຟູດີຂຶ້ນຢ່າງຕໍ່ເນື່ອງ

0

ຕາມ​ຂ່າວ​ຈາກ​ນະຄອນ​ຈົງ ​ຊີ່​ງວັນ​ທີ 2​ ພືດ​ສະພາ​ນີ້ ໂຄງການຟື້ນ​ຟູນິ​ເວດ​ພູ​ດອຍ​ ແລະ​ ​ແມ່​ນ້ຳໃນ​ເຂດທະ​ເລສາບຕຸ້ງຖິງຫູ (Tungtinghu) ​ຕັ້ງ​ຢູ່​ເຂດ​ແມ່​ນ້ຳ​ຢາງ​ຊີ ​ແຂວງ​ຫູ​ນານ ​ແລະ ຍັງ​ຟື້ນ​ຟູ ​ພື້ນ​ທີ່​ ສີ​ຂຽວ ​ຢູ່​ບໍ່​ແຮ່ດ້ວຍ​ເຕັກ​ໂນ​ໂລ​ຊີ​ ຫລາຍ​ຢ່າງ ​ເຊັ່ນ: ການສະ​ແກນ ​ແບບ​ສາມ​ມິ​ຕິ, ກຳນົດຕຳ​ແໜ່​ງດ້ວຍ​ດາວ​ທຽມ, ສ້າງ​ພາບສາມ​ມິ​ຕິດ້ວຍ​ເລ​ເຊີ ​ເພື່ອ​ຊ່ວຍ​ຟື້ນ​ຟູສີຂຽວ ​ເຮັດ​ໃຫ້​ຫລາຍ​ປີຜ່ານມາສະພາບແວດ​ລ້ອມທາງ​ນ້ຳ ຂອງ ສປ ຈີນ ​ດີ​ຂຶ້ນ ຢ່າງ​ຕໍ່​ເນື່ອງ.

​ເມື່ອ 10 ປີ​ກ່ອນ ​ເຄີຍ​ຖືກ​ທຳລາຍດ້ວຍ​ການ​ກໍ່ສ້າງອະສັງຫາລິມະ​ຊັບ ​ແຕ່​ປັດຈຸບັນ​ເທິງ​ເກາະໄດ້​ກໍ່ສ້າງ​ພື້ນ​ທີ່ທົດ​ລອງ​ການ​ຟື້ນ​ຟູລະບົບ​ນິ​ເວດ 23 ​ແຫ່ງ ລວມທັງ​ປ່າ​ໄມ້, ດອກ​​ໄມ້, ທົ່ງ​ຫຍ້າ, ພືດ ​ແລະ ສັດ ຫລາຍ​ກວ່າ 400 ຊະນິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version