Home ບຸນປະເພນີ ຫລວງພະບາງ ອັນເຊີນພະເຈົ້າມ່ານ ລົງຫົດສົງ

ຫລວງພະບາງ ອັນເຊີນພະເຈົ້າມ່ານ ລົງຫົດສົງ

0

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີອັນເຊີນພະເຈົ້າມ່ານ ລົງຫົດສົງ ຢູ່ນະຄອນ ຫລວງພະບາງ ໃນວັນທີ 22 ເມສາ 2023 ເພື່ອຂໍພອນໃນໂອກາດປີໃໝ່ ເຊິ່ງໄດ້ເຮັດເປັນປະຈຳທຸກປີ ພາຍຫລັງສຳເລັດການສະເຫລີມສະຫລອງບຸນປີໃໝ່ລາວ ໂດຍເລີ່ມຈາກພະເຖຣະ ກ່າວຄຳອາລາດຖະນາອົງພະເຈົ້າມ່ານ ຈາກຫໍພະມ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສິມມາ 3 ຮອບ ແລ້ວອັນເຊີນອົງພະເຈົ້າມ່ານ ຂຶ້ນປະທັບໃນຫໍສົງ ແລ້ວກ່າວຄຳຄາລະວະ ຈຶ່ງດຳເນີນການຫົດສົງຢ່າງເປັນທາງການ.

ອົງພະມ່ານ ໄດ້ສ້າງດ້ວຍ ທອງຄຳເນື້ອນົບພະເກົ້າ ຫລື ຄຳເນື້ອເກົ້າ ເປັນຄຳທີ່ງົດງາມ ແລະ ສູງຄ່າທີ່ສຸດ ປະດັບດ້ວຍອັນຍະມະນີນົບພະເກົ້າ ນ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະ ເຄື່ອງຊົງທັງອົງ, ສ້າງຂຶ້ນໂດຍຄົນປະເທດມຽນມາ ຫລັງຈາກສ້າງແລ້ວຈຶ່ງນຳຂຶ້ນມາລ່ອງແພແມ່ນ້ຳຂອງ ເພື່ອກັບມຽນມາ ພໍມາຮອດບໍລິເວນເມືອງຫລວງພະບາງ ອົງພະໄດ້ຢຸດ ແລະ ໝູນວົນນ້ຳ ເຮັດແບບໃດກໍບໍ່ສາມາດດຶງແພໄປຕໍ່ໄດ້ ທະຫານ ມຽນມາ ໄດ້ດຶງຢູ່ຫລາຍຄັ້ງ ແຕ່ບໍ່ເກີດຜົນ. ດັ່ງນັ້ນ, ຜູ້ອັນເຊີນໄດ້ເຮັດການສັກກະລະ ແລະ ຕັ້ງຈິດອະທິຖານວ່າ “ຫາກອົງພະມິກັບສູ່ຫົງສາວະດີ ກໍຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນຫລວງພະບາງ ມີຫລາຍກວ່າ 100 ວັດ ປັດຈຸບັນມີພຽງ 60 ກວ່າວັດ) ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂຶ້ນຈາກແມ່ນ້ຳຂອງ ແຕ່ກໍບໍ່ມີວັດໃດສາມາດຍົກຂຶ້ນໄດ້ ມີພຽງເຈົ້າອາວາດວັດຊຽງທອງ ທີ່ຕັ້ງຈິດອະທິຖານ ທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍເກີດຂຶ້ນ ທ່ານອຸ້ມອົງພະຂຶ້ນຈາກນ້ຳໄດ້ຢ່າງປະຕິຫານ ແລະ ໄດ້ອັນເຊີນເຂົ້າວັດ ທັງເຮັດການສົມໂພດຢ່າງຍິ່ງໃຫຍ່ ແຕ່ຝົນຕົກລົງມາບໍ່ມີທີທ່າວ່າຈະຢຸດ ທ່ານຈຶ່ງທຳການສ້າງ “ຫໍພະມ່ານ” ແລະ ເກັບລ໋ອກຄວາມງົດງາມ ໄວ້ພາຍໃນ 365 ວັນ ຈຶ່ງນຳອອກມາພຽງ 3-7 ວັນເທົ່ານັ້ນ, ແຕ່ຍາມໃດຝົນບໍ່ຕົກ, ບ້ານເມືອງແຫ້ງແລ້ງ ຈະທຳການອັນເຊີນມາສົງນ້ຳ ຝົນກໍ່ຈະຕົກຄືກັບປະຕິຫານ.

ໃນໂອກາດ ບຸນປີໃໝ່ ຈະມີພິທີອັນເຊີນມາໃຫ້ປະຊາຊົນຫົດສົງນ້ຳ ແລະ ກາບໄຫວ້ເປັນປະຈຳທຸກປີ, ສໍາລັບປີນີ້ ການຫົດສົງອົງພະມ່ານ ຈະດໍາເນີນຈົນຮອດຕອນແລງຂອງວັນທີ 28 ເມສາ 2023. ນອກຈາກການຫົດສົງອົງພະມ່ານແລ້ວ ຍັງໄດ້ມີການຕັ້ງກອງບຸນ 84.000 ພະທັມມະຂັນ ປະຈຳປີ 2023 ທີ່ວັດຊຽງທອງ ຕື່ມອີກ. ສະນັ້ນ, ຈຶ່ງຂໍເຊີນຊວນມວນຊົນ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດໄປຮ່ວມຫົດສົງອົງພະມ່ານ ແລະ ຮ່ວມອານຸໂມທະນາບຸນຕາມກຳລັງສັດທາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version