Home ບຸນປະເພນີ ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ

0

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ ແລະ ຂະບວນຂອງການນໍາພັກ-ລັດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ , ພ້ອມດ້ວຍພັນລະຍາການນຳ ພ້ອມດ້ວຍຂະບວນຂອງມວນຊົນ ບັນດາເມືອງອ້ອມຂ້າງເຂົ້າຮ່ວມແຫ່ຢ່າງຄຶກຄື້ນ.

ການແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນກິດຈະກໍາໜຶ່ງທີ່ໄດ້ສືບທອດ ແລະ ປະຕິບັດກັນມາໃນທຸກໆປີ, ຜາສາດເຜິ້ງທີ່ນໍາມາແຫ່ນັ້ນແມ່ນເຮັດມາຈາກຕົ້ນກ້ວຍ ແລະ ອື່ນໆ ພ້ອມປະດັບປະດາດ້ວຍ ດອກເຜິ້ງ (ຂີ້ເຜິ້ງ), ເຄື່ອງໃຊ້ຕ່າງໆ ເຊັ່ນ: ສໍດຳ, ບິກຂຽນ, ປຶ້ມຂຽນ ແລະ ເຄື່ອງໃຊ້ທີ່ຈຳເປັນ ລວມທັງເງິນທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ຊຶ່ງການຕົບແຕ່ງຜາສາດເຜິ້ງນັ້ນຈະມີຄວາມໝາຍສະແດງເຖິງ ຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ. ທັງນີ້, ກໍເພື່ອແນໃສ່ສືບທອດເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ ໃຫ້ເຖິງເຊັ່ນລູກ, ເຊັ່ນຫຼານ. ໃນການແຫ່ຜາສາດເຜິ້ງຈະມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າ, ຜູ້ແກ່, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍກໍໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ, ຜູ້ຊາຍນຸ່ງຖືສຸພາບ, ສ່ວນແມ່ຍິງເອງກໍນຸ່ງຖືຕາມເອກະລັກຂອງແມ່ຍິງລາວເຊັ່ນ: ນຸ່ງສິ້ນໄໝ, ເສື້ອໄໝ ບ່ຽງແພ ໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ການແຫ່ຜາສາດເຜິ້ງແມ່ນປະສົມປະສານດ້ວຍສຽງຂັບ, ສຽງລໍາຈາກທ້ອງຖິ່ນຕ່າງໆທີ່ຟັງແລ້ວເປັນຕາສະອອນໃຈ ພ້ອມຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປວງຊົນລາວບັນດາເຜົ່ານັ້ນເອງ.

ການແຫ່ຜາສາດເຜິ້ງນັ້ນຈະແຫ່ອ້ອມຮອບນອກກົມມະລຽນພະທາດຫຼວງ 3 ຮອບກ່ອນຂະບວນຈະແຫ່ຜ່ານປະຕູເບື້ອງຕາເວັນອອກ ແລະ ແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ຊຶ່ງຫຼາຍຊັ້ນຄົນແມ່ນໄດ້ນຳເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນຂອງຕົນນຳໄປວາງໄວ້ອ້ອມຮອບຕີນພະທາດຫຼວງເພື່ອເປັນການບູຊາ, ອາທິຖານຕໍ່ໜ້າພະທາດຫຼວງ ແລະ ຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ. ເຮັດໃຫ້ຂະບວນການແຫ່ຜາສາດເຜິ້ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະປີມີນັກທ່ອງທ່ຽວເຂົ້າມາຮ່ວມ ແລະ ທ່ຽວຊົມຂະບວນການດັ່ງກ່າວເປັນຈຳນວນຫຼາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version