Home ສຶກສາ ສວສ-ບີຄວາ ກວດຜ່ານຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູໃນໂຄງການຝຶກເວົ້າພາສາລາວ ຂັ້ນ ປ1

ສວສ-ບີຄວາ ກວດຜ່ານຮັບຮອງປຶ້ມແບບຮຽນ ແລະ ຄູ່ມືຄູໃນໂຄງການຝຶກເວົ້າພາສາລາວ ຂັ້ນ ປ1

0

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມແບບຮຽນ ແລະ ຄູ່ມືຄູໃນໂຄງການຝຶກເວົ້າພາສາລາວ ຂັ້ນ ປ.1 ເມື່ອວັນທີ 20 ເມສາ 2023 ທີ່ເຮືອນພັກຄູນຊັບ (ທ່າລາດ) ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີທ່ານ ບອບ ເມກລາວລິນ ຫົວໜ້າທີມງານພັດທະນາຫຼັກສູດ ແຜນງານບີຄວາ ພ້ອມດ້ວຍຄະນະກຳມະການກວດຜ່ານ ແລະ ຮັບຮອງຈາກຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ປອ ອ່ອນແກ້ວ ນວນນະວົງ ໄດ້ກ່າວວ່າ: ໄດ້ເລີ່ມຕົ້ນໂຄງການ ເພື່ອທົດສອບວິທີການໃໝ່ ເພື່ອໃຫ້ການຊ່ວຍເຫຼືອນັກຮຽນທີ່ເວົ້າພາສາລາວບໍ່ເກ່ງ ຢູ່ໃນ 7 ເມືອງໃນ 4 ແຂວງເປົ້າໝາຍ ໃນໄລຍະທີ 1 ຂອງແຜນງານບີຄວາ ໄລຍະທົດລອງຂອງໂຄງການໄດ້ສິ້ນສຸດລົງໃນເດືອນມິຖຸນາ 2021 ແລະ ໄດ້ຮັບການປະເມີນຜົນຜ່ານການທົດສອບລະດັບພື້ນຖານ ແລະ ການທົດສອບພາຍຫຼັງການທົດລອງສຳເລັດໃນໂຮງຮຽນເປົ້າໝາຍ ແລະ ໂຮງຮຽນສົມທຽບທົງໝົດ ໃນ 21 ເມືອງ ທີ່ໄດ້ຮັບຄັດເລືອກ ເຊັ່ນ: ແຂວງຜົ້ງສາລີ ຫຼວງນ້ຳທາ ບໍ່ແກ້ວ ຫົວພັນ ຊຽງຂວາງ ໄຊສົມບູນ ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດສາລະວັນ ແລະ ອື່ນໆ ການທົດລອງຈະເລີ່ມຕົ້ນໃນເດືອນກັນຍາ 2023 ນັກຮຽນຂັ້ນ ປ1 ທີ່ມາຈາກພື້ນຖານການເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ ຈະໄດ້ຮັບການສອນພາສາລາວເພີ່ມຕື່ມອີກ 3-4 ຊົ່ວໂມງຕໍ່ອາທິດ ເພື່ອປັບປຸງຄວາມສາມາດໃນການເວົ້າພາສາລາວ.

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version