Home ບຸນປະເພນີ ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ

ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ

0

ໃນວັນທີ 5 ພະຈິກ 2025 ກົງກັບມື້ຂຶ້ນ 15 ຄ່ຳເດືອນ 12, ເປັນມື້ສຸດທ້າຍຂອງບຸນນະມັດສະການພະທາດຫລວງວຽງຈັນ ມວນຊົນຊາວນະຄອນຫລວງວຽງຈັນ ກໍຄື ພຸດທະສາຊະນິກະຊົນ ໄດ້ພ້ອມພຽງກັນໃສ່ບາດຖວາຍສັງຄະທານ ແດ່ພະສົງສາມະເນນ ຢູ່ເດີ່ນທາດຫລວງ ໂດຍມີບັນດາການນໍາພັກ, ລັດ, ຊຶ່ງນຳໂດຍທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ເຂົ້າຮ່ວມນຳໜ້າ ໃສ່ບາດຖວາຍສັງຄະທານ ດ້ວຍບັນຍາກາດປິຕິຊົມຊື່ນ.

ພິທີດັ່ງກ່າວ, ແມ່ນໄດ້ຈັດຂຶ້ນຢູ່ໃນເດີ່ນກົມມະລຽນ ອ້ອມຮອບພະທາດຫລວງວຽງຈັນ ລວມເຖິງບໍລິເວນເດີ່ນດ້ານນອກຂອງພະທາດ ຊຶ່ງມີມວນຊົນນະຄອນຫລວງວຽງຈັນ ແລະ ແຂວງຕ່າງໆຢ່າງຫລວງຫລາຍ ໄດ້ມາຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງ ທີ່ມາຈາກເຂດແຂວງຕ່າງໆ ໃນທົ່ວປະເທດ ທີ່ມາຮ່ວມບຸນນະມັດສະການ ແລະ ກາບໄຫວ້ພະທາດຫລວງ ທີ່ສັກສິດເປັນມິ່ງຂວັນຂອງຊາດລາວ ເພື່ອອຸທິດສ່ວນບຸນ, ສ່ວນກຸສົນເຖິງດວງວິນຍານຂອງບັນພະບູລຸດ ແລະ ອຸທິດສ່ວນບຸນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ. ຊຶ່ງໃນຕອນບ່າຍ ຈະມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນເມືອງຕີຄີ, ສ່ວນໃນຕອນແລງ ຈະມີພິທີວຽນທຽນ ແລະ ຈູດທູບທຽນ, ບັ້ງໄຟດອກ ເພື່ອສັກກະລະບູຊາອົງພະທາດຫລວງວຽງຈັນ ແລະ ກິດຈະກຳອື່ນໆ ຕາມຮີດຄອງປະເພນີຂອງລາວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version