ກິດຈະກຳຕີຄີ ຫຼື ກິລາຕີຄີນີ້ ຖືເປັນກິດຈະກຳທີ່ຫາເບິ່ງໄດ້ຍາກ ເພາະເພີ່ນຈະເຮັດໃນມື້ບຸນທາດຫຼວງເທົ່ານັ້ນ, ຄົນສະໄໝກ່ອນມີຄວາມເຊື່ອວ່າ ການຕີຄີ ແມ່ນການສ່ຽງທວາຍເຖິງເຫດການບ້ານເມືອງ ເພິ່ນເວົ້າວ່າຖ້າຝ່າຍພະ ນັກງານຊະນະ ກໍທວາຍວ່າ ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີກິນດີ ຈະຖືກພວກຂຸນນາງບັງຄັບຂົ່ມເຫັງ, ແຕ່ຖ້າປີໃດປະຊາຊົນຊະນະ ບ້ານເມືອງ ຈະຢູ່ເຢັນເປັນສຸກ ບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ມີປາເຕັມໜອງ ບ້ານເມືອງມີຄວາມຮົ່ມເຢັນສະຫງົບປອດໄພ ການທຳມາຫາກິນມີທ່ວງທ່າດີຂຶ້ນ.

ສ່ວນຜົນການແຂ່ງຂັນກິລາຕີຄີ ໃນບຸນທາດຫຼວງ ປະ ຈຳປີ 2025 ນີ້ ແມ່ນທີມປະຊາຊົນ ຊະນະ ທີມພະນັກງານ 7-5 ປະຕູ, ນັ້ນກໍໝາຍຄວາມວ່າ ປີນີ້ບ້ານເມືອງຈະຢູ່ເຢັນເປັນສຸກ ບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ມີປາເຕັມໜອງ ບ້ານເມືອງມີຄວາມຮົ່ມເຢັນສະຫງົບປອດໄພ ການທຳມາຫາກິນມີທ່ວງທ່າດີຂຶ້ນ.