Home ຂ່າວຕ່າງປະເທດ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ຢ້ຽມຢາມ ອິນເດຍ

ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ຢ້ຽມຢາມ ອິນເດຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ປຣາກ ຈິນ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ໄດ້ຢ້ຽມຢາມ ອິນເດຍ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ. ໃນການຢ້ຽມຢາມ, ທ່ານ ປຣາກ ຈິນ ໄດ້ພົບປະກັບຄູ່ຕຳແໜ່ງ ທ່ານ ໄຈຊານກາ ລັດຖະມົນຕີການຕ່າງປະເທດ ອິນເດຍ ເພື່ອປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດແບບພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ເມື່ອເດືອນມັງກອນ ປີ 2023, ທ່ານ ໄຈຊານກາ ໄດ້ມີການໂອ້ລົມທາງໂທລະສັບ ກັບທ່ານ ປຣາກ ຈິນ. ອິນເດຍ ແລະ ສ ເກົາຫຼີ ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດແບບພິເສດ, ເພີ່ມທະວີການແລກປ່ຽນຂໍ້ມູນຍຸດທະສາດ ຜ່ານບັນດາການເຄື່ອນໄຫວພົບປະຂັ້ນສູງເປັນປະຈຳ, ໃນນັ້ນມີການໂອ້ລົມເຈລະຈາ 2 + 2 ຂັ້ນລັດຖະມົນຕີການຕ່າງປະເທດ ແລະ ການປ້ອງກັນຊາດ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ລວມມີການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຊີ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version