Home ຂ່າວຕ່າງປະເທດ ການລົງທຶນທາງລົດໄຟຂອງຈີນ ໃນໄຕມາດທຳອິດສຳເລັດແລ້ວຫຼາຍກວ່າ 100 ຕື້ຢວນ

ການລົງທຶນທາງລົດໄຟຂອງຈີນ ໃນໄຕມາດທຳອິດສຳເລັດແລ້ວຫຼາຍກວ່າ 100 ຕື້ຢວນ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 9 ເມສາ ຜ່ານມາ, ໂດຍອີງຕາມໂຕເລກຂໍ້ມູນທີ່ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນເປີດເຜີຍ ສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດຂອງປີນີ້, ການລົງທຶນດ້ານອະສັງຫາລິມະຊັບທາງລົດໄຟໃນທົ່ວປະເທດຈີນ ໄດ້ສຳເລັດໄປແລ້ວ 113,55 ຕື້ຢວນ ເພີ່ມຂຶ້ນ 6,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຈີນໄດ້ເລັ່ງການກໍ່ສ້າງລະບົບພື້ນຖານໂຄງລ່າງທາງລົດໄຟທີ່ທັນສະໄໝ.

ເຈົ້າໜ້າທີ່ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ກ່າວວ່າ: ນັບແຕ່ຕົ້ນປີມານີ້, ໄດ້ຖືເອົາໂຄງການສຳຄັນ 102 ໂຄງການ ທີ່ພົວພັນເຖິງທາງລົດໄຟຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ເປັນວຽກງານຈຸດສຸມ, ເລັ່ງການກໍ່ສ້າງລະບົບພື້ນຖານໂຄງລ່າງທາງລົດໄຟໃຫ້ທັນສະໄໝ. ໃນອະນາຄົດ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈະເພີ່ມທະວີການກໍ່ສ້າງໂຄງການຊ່ອງທາງຍຸດທະສາດແຫ່ງຊາດຕ່າງໆເຊັ່ນ: ທາງລົດໄຟໄປຫາເຂດຕິເບດ ແລະ ເຂດຊິນຈ່ຽງ, ທາງລົດໄຟລຽບຕາມແມ່ນ້ຳ, ລຽບຕາມແຄມຝັ່ງທະເລ ແລະ ລຽບຕາມຊາຍແດນ, ຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກ ແລະ ອື່ນໆ ເພື່ອເຮັດໃຫ້ເຄືອຂ່າຍທາງລົດໄຟມີຄວາມສະດວກສະບາຍກວ່າເກົ່າ ແລະ ປົກຄຸມຫຼາຍກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version