Home ຂ່າວໜ້າໜຶ່ງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ

ປະທານປະເທດ ແຫ່ງ ສສ ຫວຽດນາມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ

0

ໃນໂອກາດທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 10-11 ເມສາ 2023, ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ສີນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແຫ່ງ ສປປ ລາວ, ໃນຕອນແລງຂອງວັນທີ 10 ເມສາ 2023, ທີ່ ໂຮງແຮມ ຄລາວ ພລາຊາ.

ໃນໂອກາດນີ້, ສະຫາຍ ສີນລະວົງ ຄຸດໄພທູນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫວໍ ວັນ ເຖືອງ ທີ່່ໄດ້ໃຫ້ໂອກາດນໍາພາການນໍາຂອງສູນກາງແນວລາວສ້າງຊາດມາເຂົ້າຢ້ຽມຂໍ່ານັບ ພ້ອມທັງຕີລາຄາສູງທີ່ສະຫາຍ ໄດ້ເລືອກເອົາການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເປັນທີຫນຶ່ງ, ເຊິ່ງສະແດງເຖິງມິດຈິດໃຈຖານອ້າຍນ້ອງອັນດູດດື່ມ ແລະ ຄວາມສາມັກຄີພິເສດລາວ-ຫວຽດນາມ ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູມຄູນສ້າງມິດຕະພາບທີ່ດູດດື່ມ, ສາຍພົວພັນທີ່ສະໜິດສະໜົມ ລະຫວ່າງ ສອງພັກ, ລັດສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້້, ສະຫາຍ ສິນລະວົງ ຄຸດໄພທູນ ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ສະຫາຍ ຫວໍ ວັນ ເຖືອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ໄຊສະນະອັນໃຫ່ຍຫຼວງໃນຫຼາຍດ້ານຂອງ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ໃນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳພາອັນສະຫຼາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ເປັນແກນນຳ ເຊີ່ງເຮັດໃຫ້ ສສ ຫວຽດນາມ ມີຄວາມໜັ້ນທ່ຽງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີຄວາມຂະຫຍາຍຕົວຢ່າງຕໍ່ເນື່ອງ ການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການປັບປຸງດີຂື້ນເລື້ອຍໆ, ຖານະບົດບາດຂອງພັກ, ລັດຫວຽດນາມ ນັບມື້ນັບສູງເດັດຂື້ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ສະຫາຍ ສີນລະວົງ ຄຸດໄພທູນ ຍັງໄດ້ສະແດງຄວາມພາກພູມໃຈເປັນຢ່າງຍີ່ງ ທີ່ເຫັນວ່າສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງປະເທດ ລາວ- ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຖິງແມ່ນວ່າ ສະພາບການຈະມີການແຜ່ລະບາດຂອງພະຍາດ ໂຄວິດ-19, ເຊິ່ງເປັນອຸປະສັກໃນການແລກປ່ຽນການຢ້ຽມຢາມ ແຕ່ພວກເຮົາກໍໄດ້ຈັດການພົບປະທາງໄກ ເພື່ອຖອດຖອນບົດຮຽນໃນດ້ານຕ່າງໆ, ທັງຢູ່ໃນຂັ້ນສູນກາງກໍ່ຄືທ້ອງຖີ່ນ, ເຊິ່ງປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ. ລວມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ ກັບອົງການຈັດຕັ້ງຕ່າງໆ ຂອງ ສສ ຫວຽດນາມ ໄດ້ກວມເອົາຫຼາຍດ້ານ ເປັນຕົ້ນ: ຂໍ້ຕົກລົງການຮ່ວມມືລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ (ໃນໄລຍະປີ 2022-2027); ບົດບັນທຶກສັນຍາຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການສາສະໜາແຫ່ງລັດຖະບານ ສສ ຫວຽດນາມ; ການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຂົນຂວາຍປະຊາຊົນ ສູນກາງພັກກອມມູນິດຫວຽດນາມ.

ພ້ອມດຽວກັນນີ້, ທ່ານ ສິນລະວົງ ຄຸດໄພທູນ ຍັງໄດ້ກ່າວຕື່ມວ່າ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຈະສືບຕໍ່ສຸດຍູ້ແຂງແຮງການໂຄສະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອຂອງຄວາມສາມັກຄີພິເສດ ທີ່ການນຳລຸ້ນກ່ອນໄດ້ສ້າງໄວ້ໃຫ້ນັບມື້ນັບມີໝາກຜົນ, ສວຍສົດງົດງາມຕະຫຼອດໄປ.

ໃນໂອກາດດຽວກັນນີ້, ສະຫາຍ ປະທານປະເທດ ຫວໍ ວັນ ເຖືອງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ພ້ອມທັງໄດ້ຊີ້ນໍາໃຫ້ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ, ປະຕິບັດພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ອ້າຍນ້ອງ, ກໍຄື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version