Home ຂ່າວພາຍໃນ ແມ່ນໍ້າຂອງ ປຽບດັ່ງສາຍເລືອດຫຼໍ່ລ້ຽງ ຊາວນະຄອນຫຼວງວຽງຈັນ

ແມ່ນໍ້າຂອງ ປຽບດັ່ງສາຍເລືອດຫຼໍ່ລ້ຽງ ຊາວນະຄອນຫຼວງວຽງຈັນ

0

ໃນການຕ້ອນຮັບ ບັນດາຜູ້ແທນທີ່ເຂົ້າຮ່ວມພິທີເປີດກອງປະຊຸມ ສໍາມະນາວິຊາການລະດັບສາກົນຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ພາຍໃຕ້ຫົວຂໍ້: “ນະວັດຕະກໍາ ແລະ ການຮ່ວມມື ເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ” ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ກ່າວເຖິງຄວາມສຳຄັນຂອງແມ່ນໍ້າຂອງວ່າ: ນອກຈາກເປັນບໍ່ເກີດແຫຼ່ງອະລິຍະທໍາຕ່າງໆແລ້ວ, ຍັງເປັນແມ່ນໍ້າ ທີ່ປຽບດັ່ງສາຍເລືອດຫຼໍ່ລ້ຽງປະຊາຊົນທີ່ອາໄສຢູ່ ນວ ປະມານ 1 ລ້ານກວ່າຄົນ.

ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ນວ ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງ ສປປ ລາວ ມີພົນລະເມືອງອາໄສປະມານ 1 ລ້ານກວ່າຄົນ. ນວ ເປັນໜຶ່ງໃນຈໍານວນແຂວງທີ່ມີແມ່ນໍ້າຂອງໄຫຼຜ່ານ ຊຶ່ງເປັນແມ່ນໍ້າທີ່ປຽບດັ່ງສາຍເລືອດຫຼໍ່ລ້ຽງປະຊາຊົນ ນວ ກໍຄືປະຊາຊົນລາວ. ແມ່ນໍ້າຂອງ ຍັງເປັນບ່ອນກໍ່ເກີດແຫຼ່ງອະລິຍະທໍາຕ່າງໆ ລວມທັງການດຳລົງຊີວິດຂອງປະຊາຊົນລາວ ກໍຄືຊາວ ນວ ເປັນເວລາດົນນານມາແລ້ວ. ແມ່ນໍ້າຂອງ ນອກຈາກຈະເປັນເສັ້ນທາງຄົມມະນາຄົມທີ່ສໍາຄັນ ທີ່ເຊື່ອມຈອດການເດີນທາງຂອງປະຊາຊົນຊາວ ນວ ກັບແຂວງອື່ນໆ, ເປັນບ່ອນທໍາມາຫາກິນຂອງປະຊາຊົນແລ້ວ ຍັງເປັນແຫຼ່ງກຳເນີດວັດທະນະທໍາ ແລະ ຮີດຄອງປະເພນີຫຼາຍຢ່າງເຊັ່ນ: ປະເພນີຊ່ວງເຮືອ, ຫຼິ້ນບຸນປີໃໝ່ລາວ ແລະ ອື່ນໆ.

ທ່ານ ເຈົ້າຄອງ ນວ ຍັງກ່າວວ່າ: ກອງປະຊຸມສໍາມະນາວິຊາການລະດັບສາກົນຂອງຄະນະກໍາມາທິການແມ່ນ້ຳຂອງສາກົນຄັ້ງນີ້ ເປັນງານມະໂຫລານ ທີ່ທຸກພາກສ່ວນຈະໄດ້ມີໂອກາດປຶກສາຫາລື ແລະ ລະດົມແນວຄວາມຄິດ ເພື່ອການພັດທະນາແບບຍືນຍົງ ເພື່ອການຄຸ້ມຄອງແມ່ນໍ້າຂອງ. ໃນປີນີ້, ຄະນະກໍາມາທິການແມ່ນໍ້າຂອງສາກົນ ໄດ້ສຸມໃສ່ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ”. ສະນັ້ນ, ກອງປະຊຸມຄັ້ງນີ້ ຈະເປັນໂອກາດອັນດີ ທີ່ຈະແນໃສ່ການສ້າງນະວັດຕະກໍາ ແລະ ການຮ່ວມມືດ້ານຄວາມໝັ້ນຄົງທາງນໍ້າ ແລະ ຄວາມຍືນຍົງໃນອ່າງແມ່ນໍ້າຂອງ ຮ່ວມກັນ.

ພ້ອມດຽວກັນ, ທ່ານ ເຈົ້າຄອງ ນວ ຍັງໄດ້ກ່າວໃຫ້ຮູ້ເຖິງສະຖານທີ່ທ່ອງທ່ຽວໃນ ນວ ເພື່ອດຶງດູດນັກທ່ອງທ່ຽວ ເປັນຕົ້ນແມ່ນ ປະຕູໄຊ, ພະທາດຫຼວງ, ສວນວັດທະນະທໍາ ແລະ ວີວທີວທັດຕາເວັນຕົກດິນ ຕາມແຄມແມ່ນໍ້າຂອງ.

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version