Home ຂ່າວພາຍໃນ ຮາກຖານຊາວໜຸ່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ຫວນຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

ຮາກຖານຊາວໜຸ່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ຫວນຄືນມູນເຊື້ອ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

0

ຕອນເຊົ້າວັນທີ 03 ເມສາ 2023 ຮາກຖານຊາວໜຸ່ມພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດຕັ້ງປາຖະກະຖາ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ຄື ວັນທີ 14 ເມສາ 1955 ຫາວັນທີ 14 ເມສາ 2023 ເພື່ອໃຫ້ສະມາຊິກຊາວໜຸ່ມ ໄດ້ຮັບຮູ້ເຊື່ອມຊຶມ. ໂດຍການປາຖະກະຖາ ຂອງທ່ານ ນາງ ບັງອອນ ພິມມະສານ ວ່າການເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງສະຫວັນນະເຂດ.ເຂົ້າຮ່ວມຮັບຟັງ ມີທ່ານ ມົງກຸດເພັດ ວົງພະຈັນ ຄະນະພັກຮາກຖານ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມ ພາຍໃນຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ບັງອອນ ພິມມະສານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ບົດບາດ ທີ່ຕັ້ງຍຸດທະສາດ ແລະ ມູນເຊື້ອອັນອົງອາດກ້າຫານ ຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊິ່ງຕິດພັນກັບມູນເຊື້ອຂອງຊາດ ຂອງພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ໂດຍຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ສ້າງຜົນງານ, ສ້າງວິລະກຳແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ຍອມເສຍສະຫຼະເລືອດເນື້ອ ຂອງຊາວໜຸ່ມບັນດາເຜົ່າ, ທັບມ້າງແອກປົກຄອງ ແລະ ທຸກກົນກຸບາຍຂອງພວກລ່າເມືອງຂຶ້ນ ເພື່ອກອບກູ້ເອົາຜືນແຜ່ນດິນອັນຄົບຖ້ວນ ນຳເອົາຄວາມເປັນເອກະລາດ ປະຊາທິປະໄຕ ມາສູ່ປວງຊົນລາວທັງຊາດ. ມາໃນວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ດ້ວຍຄວາມເຊື່ອໝັ້ນໃນກຳລັງແຮງ ຄວາມສາມາດ ແລະ ນ້ຳໃຈອົງອາດກ້າຫານຂອງຊາວໜຸ່ມ, ໃນພາລະກິດປົດປ່ອຍຊາດ ພັກໄດ້ຖືເອົາວຽກງານຂົນຂວາຍຈັດຕັ້ງນຳພາວຽກງານຊາວໜຸ່ມເປັນພາກສ່ວນໜຶ່ງທີ່ສຳຄັນ ໃນວຽກງານກໍ່ສ້າງກຳລັງປະຕິວັດປົດປ່ອຍຊາດ; ສະນັ້ນ ພັກຈຶ່ງຕົກລົງສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ ໃນຖັນແຖວກຳລັງປະກອບອາວຸດ ໃນວັນທີ 14 ມີນາ 1955, ອົງການຈັດຕັ້ງຊາວໜຸ່ມໄດ້ກາຍເປັນໃຈກາງ ໃນທຸກສະໜາມຮົບ ດ້ວຍມານະຈິດທີ່ວ່າ: ຍອມຕາຍດີກ່ວາເສຍເອກະລາດ ເດັດຂາດບໍ່ຍອມໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຖືກທຳລາຍ ເພາະວ່າຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາໂດຍກົງ ເປັນບ່ອນເຕົ້າໂຮມກໍາລັງແຮງຊາວໜຸ່ມລາວ ບັນດາເຜົ່າ,ສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມຊາວໜຸ່ມກາຍເປັນກໍລັງປະຈັນບານ ທີ່ຈົ່ງຮັກພັກດີ ໃນພາລະກິດ ຂອງພັກ, ຂອງຊາດລາວເຮົາ; ເປັນໂຮງຮຽນກໍ່ສ້າງ ຄົນຮຸ່ນໜຸ່ມເພື່ອສະໜອງກໍາລັງ ໃຫ້ແກ່ພັກຢ່າງບໍ່ມີວັນເຫືອດແຫ້ງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແມ່ນອົງການຈັດຕັ້ງການເມືອງ-ສັງຄົມ ເຮັດໜ້າທີ່ພາລະບົດບາດຕົ້ນຕໍ ໃນການສ້າງຊາວໜຸ່ມ ໃຫ້ກາຍເປັນແຂນຂວາຂອງພັກ ແລະ ເປັນກະດູກສັນຫຼັງທີ່ແຂງແກ່ນຂອງປະເທດຊາດ.

ທ່ານ ນາງ ບັງອອນ ພິມມະສານກໍຍັງໄດ້ຍົກໃຫ້ເຫັນຜົນງານ ຂອງຊາວໜຸ່ມ ໃນການປົກປັກຮັກສາ ແລະ ການສ້າງສາລະບອບໃໝ່, ຜົນງານຊາວໜຸ່ມໃນພາລະກິດປ່ຽນແປງໃໝ່ ແລະ ມູນເຊື້ອຂອງຊາວໜຸ່ມໃນແຕ່ລະໄລຍະ, ຍົກໃຫ້ເຫັນສະພາບການຂອງໂລກ ໃນປັດຈຸບັນ ທີ່ມີການຜັນແປຢ່່ງໃຫຍ່ຫຼວງ ເປັນຕົ້ນແມ່ນບັນຫາສົງຄາມລະຫວ່າງປະເທດ,ການລະບາດພະຍາດໂຄວິດ-19 ອັນໄດ້ສົ່ງຜົນກະທົບ ຕໍ່ການດໍາລົງຊີວິດປະຈໍາວັນ ພ້ອມນີ້ ຍັງໄດ້ແນະນໍາໃຫ້ ຄະນະຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມໃນຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ຈົ່ງໄດ້ມີສະຕິໃນການບໍລິໂພກຂ່າວ,ມີສະຕິໃນການເຄື່ອນໄຫວທາງສັງຄົມ ເພື່ອປາສະຈາກສິ່ງຫຍໍ້ທໍ້ໃນສັງຄົມ ທີ່ມັກເກີດໃນຂົງເຂດຊາວໜຸ່ມ ເພາະເປັນໄວຢາກຮູ້ຢາກລອງ.

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version