Home ຂ່າວໜ້າໜຶ່ງ ສຳ​ມະ​ນາວິຊາການ ນະ​ວັດ​ຕະ​ກຳ ແລະ ການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ

ສຳ​ມະ​ນາວິຊາການ ນະ​ວັດ​ຕະ​ກຳ ແລະ ການຮ່ວມມືເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ

0

ກອງປະຊຸມສໍາມະນາວິຊາການລະດັບສາກົນ ຄັ້ງທີ 4 ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂ​ອງ​ສາ​ກົນ (MRC) ພາຍ​ໃຕ້​ຫົວ​ຂໍ້ “ນະວັດຕະກໍາ ແລະ ການຮ່ວມມື ເພື່ອຄໍ້າປະກັນຄວາມຍືນຍົງຂອງແມ່ນໍ້າຂອງ” ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2-3 ເມ​ສາ 2023 ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ມີ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ອາດ​ສະ​ພັງ​ທອງ ສີ​ພັນ​ດອນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ, ມີ​ຜູ້​ແທນ​ຈາກ​ປະ​ເທດ​ສະ​ມາ​ຊິກ MRC ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ບຸນ​ຄຳ ວໍ​ລະ​ຈິດ ກ່າວ​ວ່າ: ຄວາມໝັ້ນຄົງດ້ານຊັບພະຍາກອນ​ນ້ຳ​ຖືເປັນບຸລິມະສິດ ທີ່ເປັນ​ແນວ​ຄວາມ​ຄິດ​ອັນສຳ​ຄັນ ສໍາລັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຄວາມໝັ້ນຄົງດ້ານຊັບພະຍາກອນ​ນ້ຳແມ່ນນັບມື້ນັບສົ່ງຜົນກະທົບເຖິງທຸກຂົງເຂດໃນທົ່ວໂລກ ທີ່ກຳລັງປະເຊີນກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນຕົວເມືອງ, ກໍຄືໄພພິບັດທາງທຳມະຊາດ. ສະຖານະການດັ່ງກ່າວນີ້ ຄາດວ່າຈະຮ້າຍແຮງຂຶ້ນກວ່າເກົ່າ ຖ້າພວກເຮົາຍັງສືບຕໍ່ພັດທະນາແບບບໍ່ຄໍານຶງເຖິງບັນຫາດັ່ງກ່າວ. ສະນັ້ນ, ພວກເຮົາຈຶ່ງຈໍາເປັນຕ້ອງໄດ້ເອົາໃຈໃສ່ຮ່ວມກັນຕໍ່ກັບສິ່ງທ້າທາຍນີ້ຮ່ວມກັນຕື່ມອີກ.

ບັນຫາການຄຸ້ມຄອງຊັບພະຍາກອນນໍ້າຕ້ອງໄດ້ຮັບການແກ້ໄຂທັງໃນລະດັບທ້ອງຖິ່ນ, ລະດັບຊາດ, ລະດັບພາກພື້ນ ແລະ ສາກົນ ຢ່າງເໝາະສົມ. ພາກສ່ວນກ່ຽວຂ້ອງທັງໝົດ ລວມທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາກົນ, ປະຊາຊົນ ແລະ ສະຖາບັນການສຶກສາ ກໍຄວນມີສ່ວນຮ່ວມ ແລະ ຕ້ອງເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ.

ທ່ານ ກ່າວ​ອີກວ່າ: ກອງປະຊຸມໃນຄັ້ງນີ້ ຈະເປັນໂອກາດອັນສໍາຄັນ ແລະ ທັນກັບເວລາພໍດີໃນການທົບທວນບັນດາວິທີການ ການພັດທະນາເຮັດຫຍັງ, ເຮັດແນວໃດ, ໃຜຈະເຮັດ ແລະ ເຮັດເວລາໃດ, ບັນດາສິ່ງທ້າທາຍ ແລະ ກາລະໂອກາດເພື່ອການຄຸ້ມຄອງອ່າງແມ່ນໍ້າຂອງແບບມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ, ເພື່ອ​ກ້າວ​ໄປ​ເຖິງ​ວາລະ ​ແລະ ​ວິ​ໄສ​ທັດ​ຂອງອ່າງ​ແມ່​ນ້ຳຂອງ “​ເສດຖະກິດຈະເລີນຮຸ່ງເຮືອງ, ສັງຄົມມີຄວາມຍຸຕິທໍາ ແລະ ສິ່ງແວດລ້ອມມີຄວາມອຸດົມສົມບູນໃນອ່າງແມ່ນໍ້າຂອງ” ​ແລະ ​ວາລະສາກົນປີ 2030 “ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​”, ການສ້າງນະ​ໂຍບາຍ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ຊ່ອງທາງການ​ຮ່ວມ​ມືຢ່າງມີນະວັດຕະກຳ​ແມ່ນເປັນສິ່ງທີ່​ສຳຄັນ​ເພື່ອ​ສ້າງຂະ​ບວນການໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ ໃນການ​ແລກປ່ຽນ​ຄວາມ​ຮູ້ ​ແລະ ຂໍ້​ມູນ-​ຂ່າວສານ ​ແລະ ການ​ຮ່ວມ​ມື​ດ້ານການຄຸ້ມຄອງຊັບພະຍາກອນນໍ້າໃນອ່າງແມ່​ນ້ຳຂອງ.

ສປປ ລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງແຕ່ໃຫ້ຍືນຍົງ, ແຕ່ຕ້ອງໄປຄຽງຄູ່ກັບຄວາມຮັບຜິດຊອບ, ລັດ​ຖະ​ບານ​ລາວ ​ໄດ້ໃຫ້ຄວາມສໍາຄັນສູງໃນ​ການ​ສະໜັບສະໜູນ​ການຈັດຕັ້ງປະຕິບັດ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ແມ່​ນ້ຳຂອງໂດຍອີງ​ຕາມ​ສັນຍາ​ແມ່​ນ້ຳຂອງ​ປີ 1995. ສັນຍາ​ສະບັບດັ່ງກ່າວ​ນີ້ ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ພວກ​ເຮົາ​ເພື່ອ​ສົ່ງເສີມອຸດົມການແຫ່ງການຮ່ວມ​ມື ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ເທົ່າ​ທຽມ​ກັນ​ໃນອ່າງ​ແມ່​ນ້ຳຂອງ.

ທ່ານ ລັດ​ຖະ​ມົນ​ຕີ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ກ່າວ​ອີກວ່າ: ໃນ​ຂະນະ​ທີ່​ພາກ​ພື້ນຂອງພວກເຮົາ ກຳລັງ​ມີ​ການປ່ຽນແປງ​ ແລະ​ ​ຫັນປ່ຽນ​ຢ່າງ​​ໄວວາ, ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນຢ່າງຈິງຈັງຫຼາຍຂຶ້ນກວ່າເກົ່າ, ພວກ​ເຮົາຕ້ອງໄດ້ປະຕິບັດການ ຮ່ວມກັນກັບບັນດາພາກສ່ວນທີ່ກ່ຽວຂ້ອງຫຼາຍຂຶ້ນ ໂດຍຜ່ານເຕັກໂນໂລຊີ ທີ່ມີນະວັດກໍາທີ່ສາມາດຊ່ວຍໃຫ້ພວກເຮົາຫັນປ່ຽນການຄຸ້ມຄອງນ້ໍາ, ປັບປຸງການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ສົ່ງເສີມລະບົບການຕິດຕາມດ້ວຍເຕັກໂນໂລຊີໃນລະດັບພາກພື້ນ. ກົນໄກການຮ່ວມມືທີ່ມີນະວັດຕະກໍາເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນໃນການຄຸ້ມຄອງ ແລະ ພັດທະນາອ່າງແມ່ນໍ້າຂອງແບບຍືນຍົງ, ກໍຄືການຫຼີກລ່ຽງ ແລະ ຫຼຸດຜ່ອນຜົນກະທົບທີ່ອາດເກີດຂຶ້ນ ໂດຍສະເພາະເຂດຊຸມຊົນທີ່ມີຄວາມສ່ຽງໃນລະດັບພາກພື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version