Home ຂ່າວພາຍໃນ ສະມາຊິກພັກຮຸ່ນສືບທອດຕ້ອງຮຽນເອົາບົດຮຽນອັນສະຫລາດສ່ອງໃສຂອງພັກ

ສະມາຊິກພັກຮຸ່ນສືບທອດຕ້ອງຮຽນເອົາບົດຮຽນອັນສະຫລາດສ່ອງໃສຂອງພັກ

0

ສະຫາຍ ສີສຸພັນ ພົມມະນີວົງ ຄະນະພັກຮາກຖານ ຄະນະວິສາວະກຳສາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ໃນນາມເປັນສະມາຊິກພັກຜູ້ໜຶ່ງ ມີຄວາມຮູ້ສຶກດີໃຈ ແລະ ພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີພັກເປັນຜູ້ນຳພາ, ເຊິ່ງພວກເຮົາຮູ້ດີວ່າ ໃນໄລຍະການຕໍ່ສູ້ຕ້ານຈັກກະພັກລ່າເມືອງແມ່ນບໍ່ໄດ້ຮັບໄຊຊະນະ ຈົນມາເຖິງໄລຍະທີ່ມີ ພັກປະຊາຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຈຶ່ງໄດ້ມີການຕໍ່ສູ້ແບບມີແຜນການ, ມີລະບຽບ, ມີລະບົບຕໍ່ເນື່ອງ ຈຶ່ງໄດ້ຮັບໄຊຊະ ແລະ ໄດ້ສະຖາປະນາເປັນສະທາລະນະລັດປະຊາທິປະໄຕ ປະຊົນລາວ ມາຈົນຮອດທຸກມື້ນີ້ ແລະ ໄດ້ນຳພາສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເປັນກ້າວໆມາ, ບໍ່ມີປະເທດໃດທີ່ນອນໃນດິນກິນໃນຖໍ້າ ແລະ ສາມາດຕີຕ້ານເອົາຊະນະສັດຕູຜູ້ຮຸກຮານໄດ້ ລວມທັງກຳລັງອິດທິປໍລະປັກ ທີ່ຫວັງມ້າງເພປະເທດຊາດຂອງພວກເຮົາ. ສະນັ້ນ, ພວກເຮົາເປັນສະມາຊິກພັກ, ເປັນຊາວໜຸ່ມ, ໄວໜຸ່ມລາວ ຕ້ອງພ້ອມກັນອອກແຮງຕີຕ້ານສິ່ງທີ່ພວກອິດທິກຳລັງປໍລະປັກ ພະຍາຍາມບິດເບືອນຕໍ່ຄວາມຈິງ, ໃສ່ຮ້າຍປ້າຍສີ, ໂຈມຕີກັນ, ໂຈມຕີພັກ-ລັດ, ພວກເຮົາເປັນສະມາຊິກພັກ ຮຸ່ນສືບທອດ ຕ້ອງມີຄວາມໜັກແໜ້ນເຂັ້ມແຂງ, ຮໍ່າຮຽນເອົາຄວາມຮູ້ຄວາມສາມາດ, ບົດຮຽນອັນຍິ່ງໃຫຍ່ ແລະ ສະຫລາດສ່ອງໃສ ຂອງພັກ.

ສຳລັບ ການນຳພາ-ຊີ້ນໍາວຽກງານພັກ ໃນຂົງເຂດສຶກສາ, ຄະນະພັກຮາກຖານຄະນະວິສາວະກຳສາດ ກໍໄດ້ມີແບບແຜນ ແລະ ວິທີການ ເປັນຕົ້ນ ການສົ່ງເສີມການສຶກສາ, ການຄົ້ນຄວ້າວິທະຍາສາດ, ການຍົກລະດັບຄວາມຮູ້ຄວາມສາມາດຂອງຄູອາຈານ, ໄດ້ມີການຮ່ວມມືກັບບັນດາປະເທດຕ່າງໆທີ່ເປັນເພື່ອນມິດ ແລະ ໃນໂລກ ເພື່ອນຳເອົາເຕັກນິກວິທະຍາສາດ ແລະ ການສຶກສາແບບໃໝ່ທີ່ມີວິທະຍາ ສາດ ນຳພາປະເທດກ້າວໄປຫາຄວາມຈິງ. ຢູ່ໃນຂະແໜງການສຶກສາແມ່ນ ພັກ-ລັດຖະບານ ໄດ້ຊີ້ນຳທຸກຂົງເຂດວຽກງານ ແລະ ເຫັນໄດ້ວ່າ ການສຶກສາຂອງລາວໃນປັດຈຸບັນ ມີການພັດທະນາໄວ ແລະ ມີຄວາມໝັ້ນຄົງຂຶ້ນ.

ສະຫາຍ ສີສຸພັນ ພົມມະນີວົງ ຍັງໃຫ້ຮູ້ອີກວ່າ: ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ຈະໝູນວຽນມາເຖິງນີ້, ມະຫາວິທະຍາໄລແຫ່ງຊາດ ກໍຄື ຊາວໜຸ່ມໃນມະຫາວິທະຍາໄລ ໄດ້ຮ່ວມມືກັບສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫລືອສັງຄົມ ພາຍໃຕ້ຄໍາຂັວນ “68 ປີມີໄຊ ຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ປະຈໍາປີ 2023, ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 17 ມີນາ 2023 ທີ່ ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງຊາວໜຸ່ມ, ໄວໜຸ່ມທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ແລະ ຂຶ້ນກັບກະ ຊວງສຶກສາທິການ ແລະ ກິລາ ແລະ ຂຶ້ນກັບ 17 ກະຊວງ ແລະ ອົງການຕ່າງໆ ຈົ່ງໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອມາບໍລິຈາກເລືອດ. ນອກຈາກ ເປັນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງພັກ ແລະ ຂອງຊາດ ໂດຍສະເພາະຂອງຊາວໜຸ່ມແລ້ວ, ພວກເຮົາຕ້ອງໄດ້ພ້ອມໃຈກັນມາບໍລິຈາກເລືອດ, ເລືອດເປັນສິ່ງທີ່ປະເສີດ ການໃຫ້ເລືອດແມ່ນການໃຫ້ຊີວິດ ເພາະວ່າບໍ່ມີໂຮງງານໃດທີ່ຈະສາມາດຜະລິດເລືອດໄດ້. ສະນັ້ນ, ມະຫາວິທະຍາໄລແຫ່ງຊາດ ເປັນສະຖາບັນໜຶ່ງທີ່ເປັນຫລັກ ໃນການປະກອບ ສ່ວນບໍລິຈາກເລືອດ ເພື່ອຊ່ວຍເຫລືອຊີວິດຂອງມວນມະນຸດດ້ວຍກັນ ໃນຄັ້ງນີ້.

ຂ່າວ: ມະນີທອນ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version