Home ຂ່າວຕ່າງປະເທດ ອີຣົບ ສົ່ງເສີມການຫລຸດຜ່ອນການປ່ອຍອາຍພິດ-ເພີ່ມເນື້ອທີ່ປ່າ

ອີຣົບ ສົ່ງເສີມການຫລຸດຜ່ອນການປ່ອຍອາຍພິດ-ເພີ່ມເນື້ອທີ່ປ່າ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ລັດຖະສະພາ ເອີຣົບ (EP) ໄດ້ຮັບຮອງເອົາ ຮ່າງກົດໝາຍ 2 ສະບັບ ເພື່ອແນໃສ່ ຫລຸດຜ່ອນ ການປ່ອຍ ອາຍພິດ ຂອງບັນດາ ປະເທດ ສະມາຊິກ ສະຫະພາບ ເອີຣົບ (ອີຢູ) ໃນບາງຂົງເຂດ ແລະ ເພີ່ມທະວີ ລະບົບ ນິເວດ ທຳມະຊາດ ດູດເອົາທາດ ດີໂອຊິດ ກາກບອນ ດ້ວຍຈຳນວນ ບັດສະໜັບ ສະໜູນ ກວມເປັນ ສ່ວນຫລາຍ.ສຳລັບ ຮ່າງກົດໝາຍ 2 ສະບັບ ດັ່ງກ່າວ ແມ່ນບັນດາ ຮ່າງກົດໝາຍ ສຳຄັນ ກ່ຽວກັບ ການປ່ຽນແປງ ຂອງດິນຟ້າ ອາກາດ ໂດຍອົງການ ນິຕິບັນຍັດ ເອີຣົບ ພິຈາລະນາ, ເພື່ອຮັບປະກັນ ໃຫ້ປະລິມານ ການປ່ອຍ ອາຍພິດ ທັງໝົດຂອງ 27 ປະເທດ ສະມາຊິກ ອີຢູ ໃນປີ 2030 ຈະຫລຸດລົງ 55% ເມື່ອທຽບໃສ່ ລະດັບ ຂອງປີ 1990.ສຳລັບ ຮ່າງ​ກົດໝາຍ​ ສະບັບ​ ທຳ​ອິດ ​ແມ່ນວາງເປົ້າໝາຍ ຮອດປີ 2030, ປະລິມານ ການປ່ອຍ ອາຍພິດ ທັງໝົດ ຂອງບັນດາ ປະເທດ ສະມາຊິກ ອີຢູ ໃນຂົງເຂດ ຄົມມະນາຄົມ ທາງບົກ, ລະບົບ ເຄື່ອງປັບອາກາດ ສ້າງຄວາມອຸ່ນ ຢູ່ອາຄານຕ່າງໆ, ກະສິກຳ ແລະ ການຄຸ້ມຄອງ ສິ່ງເສດເຫລືອ ຈະຫລຸດລົງ 40% ເມື່ອທຽບໃສ່ ປີ 2005. ຂະນະ​ທີ່, ຮ່າງກົດໝາຍ ສະບັບ ທີສອງ ສຸມໃສ່ ເພີ່ມເນື້ອທີ່ປ່າໄມ້, ໜອງບຶງ ແລະ ບັນດາ ລະບົບ ນິເວດ ທຳມະຊາດອື່ນໆ ທີ່ສາມາດ ດູດເອົາທາດ ດີໂອຊິດ ກາກບອນ ຈາກອາກາດ ຫຸ້ມໜ່ວຍໂລກ. ຮ່າງກົດໝາຍ ສະບັບນີ້ ວາງເປົ້າໝາຍ ຫລຸດຜ່ອນ ການປ່ອຍ ອາຍພິດ ສະສົມ ທີ່ທຽບເທົ່າກັບ ດີໂອຊິດ ກາດບອນ ປະມານ 310 ລ້ານໂຕນ ໃນປີ 2030, ເພີ່ມຂື້ນ ປະມານ 15% ເມື່ອທຽບໃສ່ ເປົ້າໝາຍ ໃນປັດຈຸບັນ. ພາຍຫລັງ ທີ່ໄດ້ຮັບຮອງເອົາ, ບັນດາ ປະເທດ ກ່ຽວຂ້ອງ ຈະດຳເນີນ ການພິຈາລະຈາ ແລະ ປ່ອນບັດ ໃນຊຸມເດືອນ ຈະມາເຖິງ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version