Home ຂ່າວການເມືອງ ແມ່ນ້ຳຂອງມີບົດບາດສຳຄັນໃນເສັ້ນທາງການຄ້າລະຫວ່າງປະເທດ

ແມ່ນ້ຳຂອງມີບົດບາດສຳຄັນໃນເສັ້ນທາງການຄ້າລະຫວ່າງປະເທດ

0

ຕາມການປະເມີນຂອງການສຶກສາສະພາມົນຕີ ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ໃຫ້ຮູ້ວ່າ: ແມ່ນ້ຳຂອງ ມີບົດບາດສຳຄັນຍິ່ງຂຶ້ນໃນເສັ້ນທາງການຄ້າລະຫວ່າງປະເທດ, ການເຊື່ອມຕໍ່ 6 ປະເທດແມ່ນ້ຳຂອງ ແລະ ປະເທດອື່ນໆໃນໂລກ ໂດຍຜົນປະໂຫຍດດ້ານເສດຖະກິດຈາກຂະແໜງການເດີນເຮືອ ໄດ້ເພີ່ມຂຶ້ນ 69 ຕື້ໂດລາສະຫະລັດ ໃນປີ 2014, ເຊິ່ງເພີ່ມຂຶ້ນສິບເທົ່າໃນ 24 ປີທີ່ຜ່ານມາ.

ເປັນເວລາຫລາຍພັນປີ ທີ່ແມ່ນ້ຳຂອງ ໄດ້ຖືກໃຊ້ເປັນເສັ້ນທາງຂົນສົ່ງຫລັກ ລະຫວ່າງ ບັນດາເມືອງລຽບຕາມຝັ່ງແມ່ນ້ຳ ເພື່ອສະໜອງໃຫ້ແກ່ປະຊາຊົນ ໃນການເຂົ້າເຖິງຊັບພະຍາກອນທໍາມະຊາດ ແລະ ສິ່ງອໍານວຍຄວາມສະດວກທາງສັງຄົມ ເຊັ່ນ: ໂຮງຮຽນ ແລະ ການບໍລິການສຸຂະພາບ ແລະ ຮູບແບບຕາມປະເພນີທີ່ຊຸມຊົນ ເຊື່ອມຕໍ່ການຄ້າຍັງດໍາເນີນສືບຕໍ່ມາເຖິງທຸກວັນນີ້, ເຊິ່ງສິນຄ້າຕົ້ນຕໍ ທີ່ຂົນ ສົ່ງລະຫວ່າງ ເມືອງຊຽງແສນ ຂອງໄທກັບ ສປ ຈີນ ສ່ວນຫລາຍແມ່ນຜະລິດຕະພັນນໍ້າມັນ ຈາກບາງ ກອກ ກວມ 32% ຂອງການຂົນສົ່ງ. ສ່ວນອີກ 68% ແມ່ນຂົນສົ່ງທາງບົກ. ສຳລັບສິນຄ້າຈາກ ພະ ນົມເປັນ ຣາຊະອານາຈັກກຳປູເຈຍ ສົ່ງອອກໄປຫວຽດນາມ ໃນປີ 2014 ແມ່ນປະມານ 140.000 ໜ່ວຍຕູ້ຄອນເທນເນີ. ສິນຄ້າຂົນສົ່ງລະຫວ່າງຫວຽດນາມ ແລະ ກຳປູເຈຍ ລວມມີນ້ຳມັນ, ສິນຄ້າທົ່ວໄປ, ຊີມັງ, ເຫລັກ, ຖ່ານຫີນ, ປຸຍ ແລະ ຜະລິດຕະພັນກະສິກຳ. ນອກຈາກນີ້, ການຂົນສົ່ງຜູ້ໂດຍສານຕາມລຳແມ່ນ້ຳຂອງ ກໍເປັນການປະກອບສ່ວນອັນໃຫຍ່ຫລວງ ໃຫ້ແກ່ການພັດທະນາການທ່ອງທ່ຽວ ໂດຍນັກທ່ອງທ່ຽວຈາກ ສປ ຈີນ, ໄທ ແລະ ສປປ ລາວ ຫລາຍພັນຄົນ, ມີເຮືອທ່ອງທ່ຽວ 1.800 ລໍາ ໄດ້ຂຶ້ນທະບຽນຢູ່ ສປປ ລາວ ໃນຂະນະທີ່ມີເຮືອຂະໜາດໃຫຍ່ຈຳນວນຫລາຍ ທີ່ມີນ້ຳໜັກເຖິງ 5.000 ໂຕນ ໄດ້ຂຶ້ນທະບຽນຢູ່ກຳປູເຈຍ ແລະ ຫວຽດນາມ. ເຖິງວ່າມີລາຍຮັບ ແລະ ໂອກາດການຈ້າງງານທີ່ມາຈາກການຄ້າໃຫ້ມາກໍຕາມ ແຕ່ທ່າແຮງການເດີນເຮືອຍັງບໍ່ທັນຖືກນຳໃຊ້ ເນື່ອງຈາກເງື່ອນໄຂການເດີນເຮືອແຕກຕ່າງກັນຢ່າງຫລວງຫລາຍຕາມຄວາມຍາວຂອງແມ່ນ້ຳ. ຕອນເທິງຂອງນ້ຳຕົກຄອນພະເພັງ ພາກໃຕ້ຂອງ ສປປ ລາວ ມີອຸປະສັກ ແລະ ສິ່ງກີດຂວາງ, ມີພຽງແຕ່ນັກຂັບເຮືອທີ່ມີປະສົບການ ແລະ ເຮືອທີ່ມີຂະໜາດນ້ອຍ, ນ້ຳຕື້ນ ແລະ ຄວາມຍາວບໍ່ເກີນ 45 ແມັດເທົ່ານັ້ນທີ່ສາມາດເດີນເຮືອຕາມລຳແມ່ນ້ຳຂອງໄດ້ຢ່າງປອດໄພໃນສະພາບ ປັດຈຸບັນ.

ຢ່າງໃດກໍຕາມ, ການສັນຈອນທາງນໍ້າ ທີ່ເພີ່ມຂຶ້ນມີທ່າແຮງທີ່ຈະເຮັດໃຫ້ເກີດມົນລະພິດທີ່ສໍາຄັນເຊັ່ນ: ນໍ້າມັນຮົ່ວຈາກອຸບັດເຫດການຂົນສົ່ງ ແລະ ເຫດການໃຫຍ່ເຊັ່ນ: ໄຟໄໝ້ ແລະ ການລະເບີດ ເຊິ່ງທັງໝົດນີ້ສາມາດສົ່ງຜົນກະທົບຕໍ່ຊຸມຊົນໄດ້.

ໄລຍະຜ່ານມາ, ຄມສ ໄດ້ສົ່ງເສີມບັນດາປະເທດ ໂດຍຜ່ານແຜນຍຸດທະສາດທົ່ວອ່າງແມ່ນ້ຳຂອງ ແລະ ແຜນແມ່ບົດກ່ຽວກັບການຂົນສົ່ງທາງນ້ຳ ທີ່ສົ່ງເສີມການເດີນເຮືອ, ການເຊື່ອມຕໍ່ ແລະ ການຄ້າທາງນ້ຳ, ບັນດາລະບຽບການ ຄມສ ລວມທັງ ຂະບວນການປຶກສາຫາລືລ່ວງໜ້າ ທີ່ຮັບປະກັນໃຫ້ທຸກໂຄງການຕາມລຳແມ່ນ້ຳຂອງມີການເດີນເຮືອທີ່ດີ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ເສລີພາບໃນການເດີນເຮືອ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version