Home ຂ່າວໜ້າໜຶ່ງ ຫົວໜ້າ ອອປສ ຕ້ອນຮັບ ທູດໄທ ປະຈຳລາວຄົນໃໝ່

ຫົວໜ້າ ອອປສ ຕ້ອນຮັບ ທູດໄທ ປະຈຳລາວຄົນໃໝ່

0

ວັນທີ 14 ມີນາ 2023 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ໃນໂອກາດໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນທ່ານທູດຄົນໃໝ່ ປະຈຳ ລາວ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນດີ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ມໍລະກົດ ສີສະຫວັດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ໃນວາລະທີ່ ທ່ານດຳລົງຕຳແໜ່ງໃໝ່ນີ້ ການພົວພັນຮ່ວມມື ລະຫວ່າງ ຣາຊະອານາຈັກໄທ ກັບ ສປປ ລາວ ໂດຍສະເພາະ ການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການແຫ່ງ ຣາຊະອານາຈັກໄທ ຈະໄດ້ຮັບການເສີມຂະຫຍາຍຂຶ້ນໄປເລື້ອຍໆ.

ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການແຫ່ງ ຣາຊະອານາຈັກໄທ ໄດ້ມີການພົວພັນຮ່ວມມືນັບແຕ່ປີ 2002 ເປັນຕົ້ນມາ, ໄດ້ມີການແລກປ່ຽນຄະນະຜູ້ແທນລະດັບສູງນຳກັນ ແລະ ລົງນາມບົດບັນທຶກຄວາມ ເຂົ້າໃຈນຳກັນສະບັບໃໝ່ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມືກັນ ຢ່າງມີປະສິດທິຜົນ ໂດຍສຸມໃສ່ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການ, ການຖອດຖອນບົດຮຽນ ກ່ຽວກັບການດໍາເນີນຄະດີປົກຄອງ, ການຂຽນຄຳຖະແຫລງ ແລະ ການເຂົ້າຮ່ວມປະຊຸມສານຂອງພະນັກງານໄອຍະການ, ການຝຶກອົບຮົມ, ກອງປະຊຸມຮ່ວມ ລະຫວ່າງ ອົງການໄອຍະການທ້ອງ ຖິ່ນທີ່ມີຊາຍແດນຕິດຈອດກັນ ເພື່ອການຮ່ວມມື ພັດທະນາສາຍພົວພັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມກັນນີ້, ທ່ານ ນາງ ມໍລະກົດ ສີສະຫວັດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄຊຊະນະ ໂຄດພູທອນ ທີ່ໄດ້ເສຍສະຫລະເວລາ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version