Home ຂ່າວໜ້າໜຶ່ງ ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ

ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ

0

ພິທີສະເຫລີມສະຫລອງ ວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຈັດຂຶ້ນໃນຕອນຄໍ່າວັນທີ 15 ມີນາ 2023 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ; ທ່ານນາງ ອາເນັດ ຄະນົບລັອກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ເຢຍລະມັນ ປະຈໍາ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ, ຄະນະສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ໃນພິທີ, ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານນາງ ອາເນັດ ຄະນົບລັອກ ໄດ້ກ່າວຄຳເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນໃນໄລຍະ 65 ປີນັບຕັ້ງແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958 ທີ່ຜ່ານມາ. ການພົວພັນຮ່ວມມື ລາວ ແລະ ເຢຍລະມັນ ໄດ້ມີບາດ ກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ ພາຍຫລັງ ທັງສອງປະເທດ ໄດ້ລົງນາມໃນສັນຍາ ວ່າດ້ວຍການຮ່ວມມື ເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃນປີ 1964, ເຢຍລະມັນ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມື ເພື່ອການພັດທະນາທີ່ສຳຄັນ ຂອງ ສປປ ລາວ ໂດຍສຸມໃສ່ໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ ແລະ ການເງິນ. ມາເຖິງປັດຈຸບັນ, ລວມມູນຄ່າການຊ່ວຍເຫລືອ ຂອງ ເຢຍລະມັນ ແກ່ ສປປ ລາວ ຫລາຍກວ່າ 570 ລ້ານເອີໂຣ. ໃນນັ້ນ, ໄດ້ກວມເອົາຫລາຍຂະແໜງການ ເປັນຕົ້ນ ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊົນນະບົດ, ປົກປັກຮັກສາສິ່ງແວດ ລ້ອມ, ພື້ນຖານໂຄງລ່າງ, ການປົກຄອງທີ່ດີ, ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແລະ ອາຊີວະສຶກສາ.

ນອກຈາກນັ້ນ, ໃນໄລຍະທີ່ມີການແພ່ລະບາດ ຂອງ ພະຍາດໂຄວິດ-19 ທີ່ຜ່ານມາ, ເຢຍລະມັນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວໃນການປ້ອງກັນ ແລະ ຄວມຄຸມການແພ່ລະບາດຂອງ ພະຍາດດັ່ງກ່າວ ໂດຍສະເພາະວັກຊິນ, ອຸປະກອນການແພດ ແລະ ໄອທີ, ພ້ອມທັງ ລົດຮັກສາຄວາມເຢັນຂອງວັກຊິນ ໂດຍຜ່ານສະຖານທູດເຢຍລະມັນ, ສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ອົງການຈັດຕັ້ງສາກົນຕ່າງໆ. ໃນເວທີພາກພື້ນ ແລະ ສາກົນ, ສອງປະເທດໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍສະເພາະໃນຂອບວຽກອາຊຽນ ແລະ ອົງການສະຫະປະຊາຊາດ. ພ້ອມນັ້ນ, ເຢຍລະມັນ ຍັງໄດ້ໃຫ້ການຊ່ວຍເຫລືອແກ່ ຄະນະກຳມາທິການແມ່ນ້ຳຂອງສາກົນ. ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລ້ຳຄ່າ ຂອງ ເຢຍລະມັນ ແກ່ ສປປ ລາວ. ທັງໝົດນັ້ນ, ໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ການຫລຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍເຫລືອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນປີ 2030.

ໃນການສະເຫລີມສະຫລອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃນຄັ້ງນີ້, ການນຳຂັ້ງສູງ ຂອງສອງປະເທດ ໄດ້ມີການແລກປ່ຽນສານຊົມເຊີຍເຊິ່ງກັນ ແລະ ກັນ, ໄດ້ມີການຈັດກິດຈະກຳແຂ່ງຂັນກິລາມິດຕະພາບ(ເຕະບານ ແລະ ເປຕັງ) ລະຫວ່າງ ພາກສ່ວນກ່ຽວຂອງຝ່າຍລາວເຮົາ, ຊຶ່ງປະກອບມີກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ພາກວິຊາພາສາເຢຍລະມັນ(ມຊ) ຮ່ວມກັບ ສະຖານທູດເຢຍລະມັນ ແລະ ບັນດາອົງການຊ່ວຍເຫລືອ ເພື່ອການພັດທະນາຂອງ ເຢຍລະມັນ ປະຈໍາ ສປປ ລາວໃນວັນທີ 10 ມີນາ 2023 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວ, ທັງສອງຝ່າຍກໍໄດ້ສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດ ແໜ້ນການພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version