Home ສຶກສາ ຜະລິດສື່ການຮຽນແບບໃໝ່ຜ່ານຢູທູບ ສົ່ງເສີມການຮຽນ-ການສອນວິຊາພາສາອັງກິດ

ຜະລິດສື່ການຮຽນແບບໃໝ່ຜ່ານຢູທູບ ສົ່ງເສີມການຮຽນ-ການສອນວິຊາພາສາອັງກິດ

0

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ທີ່ມີຊື່ວ່າ “ວິດີໂອສຳ ລັບການພັດທະນາຄູ (Teacher Development Videos)” ເພື່ອສົ່ງເສີມການຮຽນ-ການສອນວິຊາພາສາອັງກິດ ຊັ້ນປະຖົມສຶກສາປີທີ 4 ໃນໂຮງຮຽນຕ່າງໆ.

ຫລັກສູດວິຊາພາສາອັງກິດ ສະບັບປັບປຸງໃໝ່ ຂອງຊັ້ນປະຖົມປີທີ 4 ແມ່ນໄດ້ຮັບການພັດທະ ນາໂດຍນໍາໃຊ້ ວິທີການເພື່ອການສື່ສານ ທີ່ຊ່ວຍໃຫ້ນັກຮຽນນຳໃຊ້ພາສາອັງກິດ ແລະ ສາມາດສື່ສານຕາມສະຖານະການຕົວຈິງ. ພ້ອມທັງເນັ້ນໃຫ້ມີການພັດທະນາທັກສະທາງດ້ານການຟັງ ແລະ ການເວົ້າ ເພື່່ອໃຫ້ນັກຮຽນມີໂອກາດນຳໃຊ້ພາສາອັງກິດ ແລະ ພັດທະນາທັກສະການປາກເວົ້າ, ນັກຮຽນຈະໄດ້ຮັບການຊ່ວຍເຫລືອດ້ວຍການອ່ານ ແລະ ການຂຽນ.

ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອໍານວຍການສູນສົ່ງເສີມພາສາຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ຫລັງຈາກທີ່ນັກຮຽນໄດ້ຮຽນຄຳສັບໃໝ່, ນັກຮຽນຈະຕ້ອງໄດ້ຝຶກການນຳໃຊ້ຄຳສັບເຫລົ່ານັ້ນ ເພື່ອທີ່ຈະສາມາດນຳໃຊ້ຄຳສັບໃໝ່ເຫລົ່ານັ້ນເຂົ້າໃນການສົນທະນາໃນຊີວິດຕົວຈິງຂອງເຂົາເຈົ້າ. ສະນັ້ນ, ຜະລິດສື່ການຮຽນ-ການສອນແບບໃໝ່ ຜ່ານທາງຊ່ອງທາງຢູທູບ ຈຶ່ງເປັນຊ່ອງທາງໜຶ່ງທີ່ຈະຊ່ວຍໃຫ້ຄູໄດ້ເຂົ້າເຖິງວິທີການສິດສອນ ເພື່ອຊ່ວຍໃຫ້ການຮຽນ-ການສອນບັນລຸຕາມເປົ້າໝາຍທີ່ວາງໄວ້.

ການຜະລິດຟາຍເປັນວິດີໂອ ຈະຊ່ວຍໃຫ້ຄູຝຶກນັກຮຽນອອກສຽງໄດ້ຄືກັບສຽງຈິງ, ສາມາດສອນໃຫ້ນັກຮຽນໄດ້ອອກສຽງໃນພາສາອັງກິດທີ່ມີສຽງແຕກຕ່າງກັນ ແລະ ເຮັດໃຫ້ບົດຮຽນມີຄວາມມ່ວນຊື່ນ ໃນປື້ມຄູ່ມືຄູວິຊາພາສາອັງກິດຂອງຂັ້ນ ປ4 ລວມມີຄຳແນະນຳກ່ຽວກັບບັນດາຟາຍສຽງ ທີ່ນຳໃຊ້ ແລະ ລາຍລະອຽດຂອງສຽງທີ່ຢູ່ໃນວິຊາພາສາອັງກິດ ແລະ ວິຊາພາສາລາວ. ພ້ອມກັນນີ້, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ເລີ່ມອັດສຽງ ເພື່ອປະກອບເຂົ້າໃນຫລັກສູດຊັ້ນປະຖົມສຶກສາປີທີ 5 ທີ່ກຳລັງຈະອອກມາໃນໄວໆນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version