Home ຂ່າວພາຍໃນ ກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວສູ້ຊົນຜະລິດຊິ້ນໝູສະໜອງຕະຫຼາດພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃຫ້ພຽງພໍ

ກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວສູ້ຊົນຜະລິດຊິ້ນໝູສະໜອງຕະຫຼາດພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃຫ້ພຽງພໍ

0

ປັດຈຸບັນ ກຸ່ມສະຫະກອນ 3F ກະສິກໍາຍືນຍົງຂອງລາວມີໝູພໍ່ແມ່ພັນທັງໝົດ 7.600 ກວ່າໂຕ, ສາມາດຜະລິດລູກໝູໄດ້ 167.000 ກວ່າໂຕ, ໃນນີ້ ໝູຊິ້ນ 162.000 ກວ່າໂຕ, ສາມາດຄອງຕະຫລາດໄດ້ 23 ສ່ວນຮ້ອຍ ແລະ ຜະລິດຊິ້ນໝູໄດ້ພຽງ 14.000 ໂຕນຕໍ່ປີ ແລະ ເມື່ອທຽບກັບຄວາມຕ້ອງການຂອງຜູ້ບໍລິໂພກແລ້ວ ຍັງມີຄວາມຕ້ອງການໝູ 150.000 ໂຕຕໍ່ປີ. ທ່ານ ຂັນທອງ ສີປະເສີດ ປະທານກຸ່ມສະຫະກອນ 3 ເອຟ ກະສິກໍາຍືນຍົງຂອງລາວໃຫ້ສໍາພາດວ່າ: ສະຫະກອນ 3F ກະສິກໍາຍືນຍົງຂອງລາວລິເລີ່ມມາຈາກການຮ່ວມຂອງຜູ້ປະກອບການໃນຕ່ອງໂສ້ການຜະລິດ, ການລ້ຽງສັດຄົບວົງຈອນ ທີ່ຄວບຄຸມຕົ້ນທຶນການຜະລິດຕັ້ງແຕ່ຫົວອາຫານສັດ, ແນວພັນສັດ, ປັດໄຈການຜະລິດ ຈົນເຖິງຕະຫລາດຈໍາໜ່າຍ, ສ້າງຕັ້ງຂຶ້ນ ໂດຍການລວມກຸ່ມກັນຂອງສະມາ ຊິກຜູ້ປູກຝັງ, ລ້ຽງສັດ ໂຮງງານຜະລິດອາຫານສັດ ໂຮງຂ້າສັດ, ຮ້ານຂາຍຊິ້ນ ແລະ ຜູ້ຈໍາໜ່າຍໃນວົງຈອນການຜະລິດກະສິກໍາທີ່ສະໜອງທາດຊິ້ນໃຫ້ຕະຫລາດພາຍໃນນະຄອນຫຼວງວຽງຈັນ ໂດຍໄດ້ເກັບຊື້ຜະລິດຕະພັນຈາກສະມາຊິກທັງໝົດ ເພື່ອສະໜອງໃຫ້ແກ່ບັນດາໂຮງງານກໍ່ຄືຕະຫລາດພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມໝັ້ນຄົງໃຫ້ແກ່ສະມາຊິກ, ເຊິ່ງມີພື້ນທີ່ ທໍາການຜະລິດຢູ່ນະຄອນຫຼວງວຽງຈັນຢູ່ 4 ເມືອງຄື: ເມືອງ ສີໂຄດຕະບອງ, ນາຊາຍທອງ, ໄຊທານີ ແລະ ເມືອງປາກງຶ່ມ ໃນເນື້ອທີ່ທັງໝົດ 3.000 ເຮັກຕາ ໃຊ້ສໍາລັບປູກພືດອາຫານສັດ ຟາມໝູພໍ່ແມ່ພັນ-ລູກໝູ ແລະ ໂຮງງານຂ້າສັດແຂວງວຽງຈັນຕັ້ງຢູ່ເມືອງໂພນໂຮງ ແລະ ເມືອງທຸລະຄົມໃ ນເນື້ອທີ່ 725 ກວ່າເຮັກຕາໃຊ້ສໍາລັບປູກພືດອາຫານສັດ ຟາມໝູ ຟາມງົວ ແລະ ຟາມໄກ່.

ສ່ວນຢູ່ແຂວງ ສະຫວັນນະເຂດປະກອບມີ ເມືອງນະຄອນໄກສອນພົມວິຫານ ເປັນຟາມໝູພໍ່ແມ່ພັນ ແລະ ລູກໝູ ໂດຍມີເປົ້າ ໝາຍເພື່ອສະໜອງທາດຊີ້ນໃຫ້ຕະຫລາດນະຄອນຫຼວງວຽງຈັນ 70 ສ່ວນຮ້ອຍ ແລະ ຕ່າງແຂວງ 30 ສ່ວນຮ້ອຍ ຫລື ປະມານ 2 ສ່ວນ 3 ຂອງສ່ວນແບ່ງຕະຫຼາດທັງໝົດ ປະທານກຸ່ມສະຫະກອນ 3 ເອຟ ກະສິກໍາຍືນຍົງຂອງລາວໃຫ້ຮູ້ຕື່ມວ່າ: ສະຫະກອນ 3F ກະສິກໍາຍືນຍົງຂອງລາວໄດ້ຮັບການສະໜັບສະໜູນ, ສົ່ງເສີມ ສ້າງຕັ້ງຂຶ້ນຈາກຫ້ອງການກະສິກໍາ ແລະ ປ່າ ໄມ້ເມືອງຈັນທະບູລີໃນວັນທີ 22 ເມສາ 2022 ຜ່ານມາເປັນຕົ້ນມາ ຕາມດໍາລັດເລກທີ 606 ວ່າດ້ວຍກຸ່ມ ແລະ ສະຫະກອນລົງວັນທີ 26 ພະຈິກ2020 ແລະ ເພື່ອແຈ້ງເຈດຈໍານົງໃນໃນການສ້າງຕັ້ງສະຫະກອນທີ່ເປັນຂອງຄົນລາວຈັດຕັ້ງ-ບໍລິຫານຈັດການດ້ວຍຄົນລາວ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ເບື້ອງຕົ້ນມາສະມາຊິກທັງໝົດ 25 ຄອບຄົວ ລວມມີ 4 ຫົວໜ່ວຍການຜະລິດ, ແບ່ງເປັນ 9 ກິດຈະກໍາ ແລະ ມີທຶນຈົດທະບຽບທັງໝົດ 60 ຕື້ກີບ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version