Home ຂ່າວພາຍໃນ ກອງປະຊຸມຕີລາລາຜົນສຳເລັດໂຄງການພັດທະນາອົງການກາແດງແຫ່ງຊາດລາວ

ກອງປະຊຸມຕີລາລາຜົນສຳເລັດໂຄງການພັດທະນາອົງການກາແດງແຫ່ງຊາດລາວ

0

ໃນວັນທີ 10 ມີນາ 2023; ທີ່ຫ້ອງປະຊົມອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຕີລາຄາຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການພັດທະນາ ອົງການກາແດງແຫ່ງຊາດລາວ, ໂດຍການເປັນປະທານຂອງ ຮອງສາດສະດາຈານ ດ໋ອກເຕີ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າອົງການກາແດງຂວງ ຄຳມ່ວນ, ຈຳປາສັກ, ຫຼວງພະບາງ, ຜູ້ຕາງໜ້າຈາກອົງການກາແດງສະວິດສ໌ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ໃນກອງປະຊຸມ ດ໋ອກເຕີ. ສີວິໄລ ໄຊຍະລາດ ຮອງຫົວໜ້າຫ້ອງການຂົນຂວາຍ ແລະ ຊ່ວຍເຫຼືອບັນເທົາທຸກໄດ້ຂື້ນລາຍງານຕີລາຄາການຈັດຕັ້ງປະຕີບັດໂຄງການພັດທະນາ ອົງການກາແດງແຫ່ງຊາດລາວໃນໄລຍະຜ່ານມາແມ່ນປະກອບມີຫລາຍໂຄງການທີ່ເປັນຊຸກຍູ້ເສີມເພື່ອເຮັດໃຫ້ອົງການມີຄວາມເຂັ້ມແຂງເຊິ່ງໄດ້ຈັດຕັ້ງປະຕິບັດມາແຕ່ ປີ2021 ເຖິງ 30 ເມສາ 2023 ແມ່ນສິ້ນສຸດໂຄງການ (ໄລຍະ 1 ປີ 5 ເດືອນ) ໄດ້ຈັດຕັ້ງປະຕິບັດຢູ່ແຂວງ 3 ແຂວງຄື: ແຂວງຫຼວງພະບາງ, ແຂວງຄໍາມ່ວນ ແລະ ແຂວງຈໍາປາສັກໂດຍໄດ້ຮັບການສະໜັບສະໜູນຈາກກາແດງສະວິດສ໌, ມີຈຸດປະສົງ ຍົກສູງຄວາມສາມາດໃນການກຽມຄວາມພ້ອມ, ຕອບໂຕ້ ໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ອົງການກາແດງແຫ່ງຊາດລາວສາມາດຕອບໂຕ້ກັບວິກິດການ ແລະ ໄພພິບັດ ໄດ້ຢ່າງມີປະສິດທິພາບ ແລະ ເຮັດໜ້າທີ່ຊ່ວຍວຽກງານຄຸ້ມຄອງໄພພິບັດເຊິ່ງໄດ້ກໍານົດຢ່າງ ຈະແຈ້ງ ແລະ ເປັນທີ່ຍອມຮັບ ຂອງຜູ້ໄດ້ຮັບຜົນກະທົບຈາກວິກິດການທ່າງດ້ານໄພພິບັດໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນຢ່າງທັນການ, ສະໜອງລົດກູ້ໄພ, ປະກອບອຸປະກອນກູ້ຊີບກູ້ໄພເສີມໃສ່ລົດ; ເຄື່ອງຊ່ວຍເຫຼຶອບັນເທົາທຸກ ເພື່ອແຮໄວ້ສາງກາແດງລາວສູນກາງ ແລະ ອົງການກາແດງ 3 ແຂວງເປົ້າໝາຍ (ແຂວງຈໍາປາສັກ, ຄຳມ່ວນ ແລະຫຼວງພະບາງ) ຈຳນວນ 370 ຊຸດ. ສ້າງທິມຕອບໂຕ້ໄພພິບັດແຂວງໄດ້ຕອບໂຕ້ ຫຼື ໄດ້ຮັບມື, COVID-19. ທີ່ອົງການກາແດງແຫ່ງຊາດລາວໄດ້ໃຫ້ການສະໜັບສະໜູນ ທີ່ສຳຄັນຕໍ່ຜູ້ຕີດເຊື້ອຢູ່ໃນສູນຈຳກັດບໍລິເວນ ແລະ ຜູ້ແຍກປ່ຽວຢູ່ເຂດຊາຍແດນ ແລະ ຢູ່ໃນແຂວງຕ່າງໆ (ອາຫານ, ເຄື່ອງອະນາໄມຂັ້ນພື້ນຖານ ແລະ ອື່ນໆ); ຝຶກອົບຮົມວຽກງານຫຼຸດຜ່ອນຄວາມສ່ຽງ ໄພພິບັດ ໃຫ້ແກ່ທິມງານຕອບໂຕ້ໄພພິບັດຂັ້ນ ແຂວງ (ຢູ່ແຂວງຈໍາປາສັກ ແລະ ແຂວງຄໍາມ່ວນ), ມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 75 ຄົນ, (ໃນນັ້ນ, ແຂວງຈໍາປາສັກ 40 ຄົນ ແລະ ແຂວງ ຄໍາມ່ວນ 35 ຄົນ ); ຝຶກຊ້ອມຈໍາລອງເຫດການຢູ່ແຂວງຄຳມ່ວນຢູ່ເມືອງເຊບັ້ງໄຟ, ສະໜອງຄອມພີວເຕີ້ Laptop ຈໍານວນ 05 ເຄື່ຶຶອງ (ອົງການກາແດງແຫ່ງຊາດລາວ 01 ເຄື່ອງ, ອົງການກາແດງແຂວງຄຳມ່ວນ 02 ເຄື່ອງ ແລະ ອົງການກາແດງແຂວງຈໍາປາສັກ 02 ເຄື່ຶອງ); ສ້າງຄວາມເຂັ້ມແຂງໃນວຽກງານການກຽມຄວາມພ້ອມ ແລະ ຫຼຸດຜ່ອນຄວາມສ໋ຽງໄພພິບັດ ໃຫ້ແກ່ທິມງານຕອບໂຕ້ໄພພິບັດຂັ້ນແຂວງ (ຢູ່ແຂວງຈໍາປາສັກ ແລະ ແຂວງຄໍາມ່ວນ), ມີສໍາມະນາກອນເຂົ້າຮ່ວມທັງໝົດ 75 ຄົນ, (ໃນນັ້ນ, ແຂວງຈໍາປາສັກ 40 ຄົນ ແລະ ແຂວງຄໍາມ່ວນ 35 ຄົນ); ສະໜອງອຸປະກອນໃນການຄົ້ນຫາ ແລະ ກູ້ໄພ ໃຫ້ແກ່ທີມຕອບໂຕໄພພິບັດຂັ້ນແຂວງ, ຢູ່ 3 ແຂວງເປົ້າໝາຍ, ກາແດງສູນກາງ, ອົງການກາແດງນະຄອນຫຼວງວຽງຈັນ ແລະ ບັນດາອົງການກາແດງ 17 ແຂວງ ໃນທົ່ວປະເທດ ຝຶກອົບຮົມວຽກຄວບຄຸມ-ປ້ອງກັນພະຍາດລະບາດ; ນໍ້າ-ສຸຂະອານາໄມໃນພາວະສຸກເສີນ; ຝຶກປະຖົມພະຍາບານ ສະໜັບສະໜູນຈິດຕະສັງຄົມ ແລະ ການບໍລິການທາງດ້ານການແພດໃນພາວະສຸກເສີນໃຫ້ແກ່ທີມກູ້ໄພສຸກເສີນ ຢູ່ແຂວງຄຳມ່ວນ ແລະ ຈຳປາສັກ, ມີຜູ້ເຂົ້າຮ່ວມທັງໝົດ 21 ຄົນ , (ໃນນັ້ນ, ແຂວງຈໍາປາສັກ 10 ຄົນ, ແລະ ແຂວງຄໍາມ່ວນ 11 ຄົນ, ); ສະໜອງອຸປະກອນເສີມໃສ່ລົດ Ambulance (ລົດກູ້ໄພ) ໃຫ້ອາສາສະໝັກກາແດງແຂວງ 4 ແຂວງເປົ້າໝາຍ ລວມມູນຄ່າ 53.140.000 ກີບ; ສໍາເລັດການຈັດຊື້້ ອຸປະກອນປ້ອງກັນ ໃຫ້ອາສາສະໝັກກາແດງ (ອາສາສະໝັກກູ້ໄພ) ໃຫ້ອາສາສະໝັກກາແດງແຂວງ 4 ແຂວງເປົ້າໝາຍ ມູນຄ່າ 29.625.000 ກີບ; ສະໜອງໝວກກັນກະທົບ ໃຫ້ອາສາສະໝັກກາແດງ (ອາສາສະໝັກກູ້ໄພ), ລວມທັງໝົດ 60 ໜ່ວຍ ລວມມູນຄ່າ 10.800.000 ກີບ; ລວມມູນຄ່າໃນການຈັດຕັ້ງປະຕິບັດໂຄງການທັງໝົດ 241,511 CHF(ຝຣັ່ງສຼິດ), ນອກຈາກນັ້ນ, ຍັງຈະໄດ້ສືບຕໍ່ສະເໜີໂຄງການດັ່ງກ່າວ ໃນກາງເດືອນພຶດສະພາ 2023 ຫາ ເດືອນ ເມສາ 2024.

ໃນໂອກາດດັ່ງກ່າວ, ທ່ານຮອງປະທານອົງການກາແດງແຫ່ງຊາດລາວ ກໍ່ໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດໂຄງການພ້ອມທັງເນັ້ນໃຫ້ຜູ້ຮັບຜິດຊອບໂຄງການຈົ່ງໄດ້ເອົາໃສ່ໃນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຢ່າງວ່ອງໄວທັນເຫດການ, ພ້ອມດຽວກັນນັ້ນ; ຍັງໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທາງອົງການກາແດງສະວິດທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານງົບປະມານໃຫ້ແກ່ອົງການກາແດງແຫ່ງຊາດລາວຕະຫຼອດມາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version