Home ຂ່າວພາຍໃນ ຄະນະຜູ້ແທນແຂວງອັດຕະປື ເຂົ້າຮ່ວມງານມະໂຫລານເທດສະການກາເຟ ທີ່ແຂວງດັກລັກ ຂອງຫວຽດນາມ

ຄະນະຜູ້ແທນແຂວງອັດຕະປື ເຂົ້າຮ່ວມງານມະໂຫລານເທດສະການກາເຟ ທີ່ແຂວງດັກລັກ ຂອງຫວຽດນາມ

0

ໃນລະຫວ່າງວັນທີ 9 ຫາ 11 ມີນາ 2023 ຄະນະຜູ້ແທນແຂວງອັດຕະປື ນໍາໂດຍທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ພ້ອມຄະນະໄດ້ເຂົ້າຮ່ວມງານມະໂຫລານເທດສະການກາເຟບວນມາທວດ ຄັ້ງທີ 8 ປີ 2023 ທີ່ແຂວງດັກລັກ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂອກາດດັ່ງກ່າວຄະນະຜູ້ແທນຂອງແຂວງອັດຕະປື ກໍ່ໄດ້ເຂົ້າພົບປະຢ້ຽມຢາມການນໍາຂອງແຂວງດັກລັກ ທີ່ໂຮງແຮມໄຊງອນບານເມ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຫງຽວນ ຕ໋ວນ ຮ່າ ຮອງປະທານ ຜູ້ປະຈຳການ ຄະນະກຳມະການປະຊາຊົນແຂວງດັກລັກ ພ້ອມດ້ວຍຄະນະນຳຂອງແຂວງດັກລັກ.

ໂອກາດດັ່ງກ່າວຄະນະຜູ້ແທນຂອງອັດຕະປື ກໍ່ໄດ້ຮັບຟັງການລາຍງານສະພາບໂດຍລວມຂອງແຂວງດັກລັກ ເຊິ່ງແຂວງດັກລັກ ເປັນແຂວງໜຶ່ງທີ່ມີເນື້ອທີ່ເໝາະສົມກັບການປູກພືດ ໂດຍສະເພາະແມ່ນກາເຟ ເຊິ່ງມີເນື້ອທີ່ປູກກາເຟເປັນອັນດັບໜຶ່ງຂອງປະເທດຫວຽດນາມ ມີເນື້ອທີ່ຫຼາຍກວ່າ 2 ແສນ 1 ໝື່ນ 3 ພັນເຮັກຕາ ຜົນຜະລິດປີລະ 5 ແສນ 2 ໝື່ນກວ່າໂຕນ, ກາເຟຂອງແຂວງດັກລັກ ເປັນທີ່ຮູ້ຈັກ ແລະ ເປັນທີ່ນິຍົມ ໃນ 72 ປະເທດຂອງໂລກ ເຊິ່ງຕະຫຼາດການບໍລິໂພກກາເຟທີ່ສໍາຄັນລວມມີສະຫະລັດອາເມລິກາ, ຍີປຸ່ນ ແລະ ສະຫະພາບເອີລົບ ໂອກາດດັ່ງກ່າວຄະນະຜູ້ແທນແຂວງອັດຕະປື ຍັງໄດ້ເຄື່ອນໄຫວທັດສະນະທ່ຽວຊົມງານຕະຫຼາດນັດ-ງານວາງສະແດງຜະລິດຕະພັນຕ່າງໆ ກ່ຽວກັບກາເຟ ແລະ ທັດສະນະທ່ຽວຊົມງານບຸນຕາມທ້ອງຖະໜົນ ພ້ອມນັ້ນຍັງໄດ້ເຂົ້າຮ່ວມພິທີເປີດງານມະໂຫລານເທດສະການກາເຟບວນມາທວນ ທີ່ສະເດີນສະໜາມແດງ ຂອງແຂວງດັກລັກ ນໍາອີກ.

ເຊິ່ງການເຄື່ອນໄຫວຂອງຄະນະຜູ້ແທນແຂວງອັດຕະປື ເທື່ອນີ້ ກໍ່ເພື່ອເປັນການທັດສະນະສຶກສາ ຖອດຖອນບົດຮຽນ ໂດຍສະເພາະບົດຮຽນກ່ຽວກັບການປູກາເຟ,ການແປບຮູບຜະລິດຕະພັນຕ່າງໆ ຈາກກາເຟ,ລວມໄປເຖິງການສຶກສາກ່ຽວກັບຕະຫຼາດຈໍານ່າຍການເຟ ແລະ ອື່ນໆ,ທັງນີ້ກໍ່ເພື່ອນໍາເອົາບົດຮຽນຈາກການໄປທັດສະນະເທື່ອນີ້ ນໍາມາໝູນໃຊ້ ຢູ່ພາຍໃນແຂວງອັດຕະປື .

ຂ່າວ: ພອນປະເສີດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version