Home ຂ່າວໜ້າໜຶ່ງ ເລີ່ມແລ້ວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

ເລີ່ມແລ້ວໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

0

ວັນທີ 10 ພະຈິກນີ້, ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຈັດໂດຍສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸ-ໂທລະພາບສູນກາງຈີນ (CMG) ປະຈໍາລາວ ນໍາໂດຍທ່ານ ທອງໃບ ໂພທິສານ ຫົວໜ້າສະມາຄົມນັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈໍາລາວ ປະກອບມີນັກຂຽນ, ນັກແຕ້ມ, ນັກຖ່າຍພາບ ຈໍານວນ 30 ທ່ານ ໄດ້ເລີ່ມລົງເຄື່ອນໄຫວເກັບກໍາຂໍ້ມູນຢູ່ທີ່ສະຖານີບໍາລຸງຮັກສາ ແລະ ສ້ອມແປງຫົວຈັກລົດໄຟຂົນສົ່ງວຽງຈັນໃຕ້ ໂດຍການຕ້ອນຮັບຂອງທ່ານ ຫວາງຊ່າວຕົງ (wang shao dong ) ຫົວໜ້າພະແນກສ້ອມແປງຫົວຈັກ ແລະ ເດີນລົດໄຟ.

ທ່ານ ຫວາງຊ່າວຕົງ ໄດ້ລາຍງານສະພາບລວມໂດຍຫຍໍ້ວ່າ: ສະຖານີດັ່ງກ່າວເປັນບ່ອນບໍາລຸງຮັກສາ ແລະ ສ້ອມແປງຫົວຈັກລົດໄຟ ທັງເປັນບ່ອນຝຶກອົບຮົມໃຫ້ແກ່ພະນັກງານລາວ ໄດ້ຮຽນຮູ້ເຕັກນິກວິຊາການກ່ຽວກັບການສ້ອມແປງ ເຊິ່ງປະກອບມີ: ການຝຶກອົບຮົມກ່ຽວກັບຫົວຈັກລົດໄຟ ໂດຍຈະມີລະບົບຕິດຕາມກວດເຊັກຄວາມປອດໄພຂອງຫົວຈັກລົດໄຟທຸກຄັ້ງກ່ອນຈະເດີນທາງ ເພື່ອຮັບປະກັນຄວາມພ້ອມກ່ອນການເດີນລົດ. ສະເພາະພະແນກສ້ອມແປງຫົວຈັກລົດໄຟ ມີພະນັກງານທັງໝົດ ເກືອບ 300​ ຄົນ, ໃນນັ້ນມີຄົນລາວ 164 ຄົນ.

ຕອນບ່າຍມື້ດຽວກັນ, ທີມງານກໍໄດ້ລົງສໍາພາດພະນັກງານລາວ ທີ່ເຮັດວຽກຢູ່ ພະແນກການສື່ສານທາງລົດໄຟ, ສາຍໄຟສັນຍານສັບລາງ, ເສັ້ນທາງລົດໄຟ, ສາຍໄຟເທິງລາງລົດ ຂອງສະຖານີບໍາລຸງຮັກສາ ແລະ ສ້ອມແປງຫົວຈັກລົດໄຟຂົນສົ່ງວຽງຈັນໃຕ້ ນອກຈາກນີ້, ໃນວັນທີ 11 ພະຈິກ ທີມງານຍັງຈະສືບຕໍ່ລົງເຄື່ອນໄຫວຢູ່ທີ່ບໍລິສັດເສັ້ນທາງລົດໄຟເລກ 2 ແລະບັນດາແຂວງທີ່ມີລົດໄຟລາວ-ຈີນແລ່ນຜ່ານ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version