Home ຂ່າວຕ່າງປະເທດ ຫວຽດນາມ – ກຳປູເຈຍ ເພີ່ມທະວີການພົວພັນ ແລະ ການຮ່ວມມືຮອບດ້ານ

ຫວຽດນາມ – ກຳປູເຈຍ ເພີ່ມທະວີການພົວພັນ ແລະ ການຮ່ວມມືຮອບດ້ານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍໄດ້ຮັບຄຳເຊື້ອເຊີນຂອງ ສົມເດັດ ເຕໂຈ ຮຸນ ແຊນ ນາຍົກລັດຖະມົນຕີ ຣາຊະອານາຈັກກຳປູເຈຍ, ປະທານອາຊຽນ 2022, ໃນວັນທີ 8 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ນຳພາຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງຢ້ຽມຢາມຣາຊະອານາຈັກກຳປູເຈຍ ໃນລະຫວ່າງວັນທີ 8 – 9 ພະຈິກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10 – 13 ພະຈິກ.

ຂ່າວລະບຸວ່າ: ການຢ້ຽມຢາມຄັ້ງນີ້ ຂອງທ່ານ ຟ້າມມິງຈິງ ໃນປີສາມັກຄີມິດຕະພາບ ຫວຽດນາມ – ກຳປູເຈຍ 2022 ໄດ້ປະກອບສ່ວນພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະ ພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ຕໍ່ບັນດາການເຄື່ອນໄຫວ ໃນປີກຳປູເຈຍຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2022.

ພ້ອມກັນນັ້ນ, ໃນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຂອງທ່ານ ຟ້າມມິງຈິງ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມມີຄວາມເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ພ້ອມກັບບັນດາສະມາຊິກ ຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version