Home ຂ່າວໜ້າໜຶ່ງ ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31

0

ໃນວັນທີ 10 ພະຈິກ 2022 ທີ່ ພະນົມ ເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະ ຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ໂດຍການເປັນປະທານຂອງກໍາປູເຈຍ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງບັນດາຂະແໜງການພາຍ ໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດ ຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ເຊິ່ງມາຮອດປັດຈຸບັນສາມາດຈັດຕັ້ງປະຕິ ບັດໄດ້ 285 ກິດຈະກໍາ ຈາກຈໍານວນທັງໝົດ 290 ກິດຈະກໍາ ຫຼື ປະຕິບັດໄດ້ 98%. ພ້ອມກັນນີ້, ກອງປະຊຸມ ກໍໄດ້ຊຸກຍູ້ໃຫ້ຂະແໜງການຕ່າງໆ ຂອງເສົາຄໍ້າປະຊາ ຄົມການເມືອງ-ຄວາມໝັ້ນຄົງອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.

ຫລັງຈາກນັ້ນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ໂດຍການເປັນປະທານຂອງກໍາປູເຈຍ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບູລິມະສິດພາຍ ໃຕ້ການເປັນປະທານອາຊຽນຂອງກໍາປູເຈຍ ໂດຍສະເພາະແມ່ນຖະແຫຼງການຜູ້ນໍາອາຊຽນ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຖະແຫຼງການວິໄສທັດຜູ້ນໍາອາຊຽນ ວ່າດ້ວຍອາຊຽນແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ, ແລະ ການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ເຊິ່ງປັດຈຸບັນຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໄດ້ສໍາເລັດການຮ່າງອົງປະກອບຫຼັກຂອງວິໄສທັດດັ່ງກ່າວ ແລະ ຈະສືບຕໍ່ປຶກສາຫາລື ລວມທັງການສ້າງເອກະສານກ່ຽວຂ້ອງໃຫ້ສໍາເລັດໃນປີ 2025.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ໂດຍຜ່ານການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ແລະ ໄດ້ຊຸກຍູ້ໃຫ້ຂະ ແໜງສາທາລະນະສຸກອາຊຽນ ເລັ່ງລັດການປຶກສາຫາລືຂໍ້ຕົກລົງກ່ຽວກັບການສ້າງຕັ້ງສູນອາຊຽນ ເພື່ອແກ້ໄຂເຫດສຸກ ເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສູນດັ່ງກ່າວສາມາດປະຕິບັດງານໄດ້. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ພິຈາລະນາຮັບຮອງ ແລະ ຮັບຊາບ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version