Home ຂ່າວພາຍໃນ ມອບ-ຮັບ ເງິນກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບໃຫ້ຜູ້ດ້ອຍໂອກາດ

ມອບ-ຮັບ ເງິນກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບໃຫ້ຜູ້ດ້ອຍໂອກາດ

0

ພິທີມອບ-ຮັບເງິນກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບ ໃຫ້ຜູ້ດ້ອຍໂອກາດ ຢູ່ບ້ານພ້າວ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈໍານວນ​ທັງ​ໜົດ 1.760.000.000 ກີບ ​ໃນ​ວັນ​ທີ 2 ຕຸລາ ນີ້ ຢູ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ​​ຕາງໜ້າ​ມອບ​ໂດຍ ທ່ານ zhang you zuo ປະທານປະຕິບັດ​ວຽກ​ງານ ສະພາ​ການ​ຄ້າ​ຈີນ ປະ​ຈໍາ ສປປ ລາວ, ກ່າວ​ຮັບ​ໂດຍ​ທ່ານ ສົມ​ໝາຍ ສີ​ບຸນ​ເຮືອງ ປະທານ​ແນວ​ລາວ​ສ້າງ​ຊາ​ດ​ ​ເມືອງ​ປາກງື່ມ ນະຄອນຫຼວງວຽງຈັນ, ​ໂດຍ​ການເປັນກຽດ​ເຂົ້າ​ຮ່ວມເປັນສັກຂີພິຍານ ໂດຍທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ຈ່ຽງຈ້າຍ​ຕົງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປ ຈີນ ປະ​ຈໍາ ສປປ ລາວ, ມີ​ພະນັກງານ ບໍລິສັດ ເຂົ້າ​ຮ່ວມ.

​ເພື່ອ​ເຮັດ​ໃຫ້​ນັກຮຽນ, ນັກ​ສຶກສາ​ຜູ້​ທີ່ດ້ອຍ​ໂອກາດ​ທີ່​ມີ​ຄວາມ​ຕ້ອງການ​ຢາກ​ສຶກສາ​ຮໍ່າຮຽນ​ກໍ່ສາມາດ​ສະ​ໝັກ​ເຂົ້າ​ສຶກສາ​ຮໍ່າຮຽນໄດ້​ ​ທັງ​ເປັນ​ການພັດທະນາ​ທາງ​ດ້ານການ​ສຶກສາ​ຂອງ ສປປ ລາວ ໃຫ້ມີ​ການ​ຂະຫຍາຍຕົວ ​ແລະ ມີ​ບາດກ້າວ​ໃໝ່. ໃນ​ໂອກາດ​ດັ່ງກ່າວ ທ່ານປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໄດ້​ສະ​ແດງ​ຄວາມຂອບ​​ໃຈ, ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ສະພາ​ການ​ຄ້າ​ຈີນ ປະ​ຈໍາ ສປປ ລາວ ກໍ​ຄືບັນດາ​ບໍລິສັດ​ຕ່າງໆ ທີ່​ໄດ້ມີນ້ຳໃຈປະກອບສ່ວນ​ເງິນເຂົ້າ​ໃນການກໍ່ສ້າງອາຄານໂຮງຮຽນຝຶກອົບຮົມວິຊາຊີບໃຫ້ຜູ້ດ້ອຍໂອກາດ ໃນ​ຄັ້ງນີ້, ພ້ອມ​ທັງມອບຫຼຽນກາລະນຶກຂອງແນວລາວສ້າງຊາດ​ໃຫ້​ບັນດາ​ບໍລິສັດ​ດັ່ງກ່າວ​ຕື່ມ​ອີກ.

(ຂ່າວ-ພາບ:ສນຊ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version