Home ຂ່າວໜ້າໜຶ່ງ ງານວາງສະແດງ ແລະ ຈຳໜ່າຍ ສິນຄ້າ ລາວ-ຫວຽດນາມ

ງານວາງສະແດງ ແລະ ຈຳໜ່າຍ ສິນຄ້າ ລາວ-ຫວຽດນາມ

0

ກະຊວງປ້ອງກັນປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນເປີດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ລາວ-ຫວຽດນາມ ປີ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ສູນການຄ້າລາວໄອເຕັກ ຂຶ້ນໃນລະຫວ່າງວັນທີ 3 ຫາ 7 ພະຈິກ 2022. ໂດຍການເປັນປະທານຮ່ວມເປີດງານຂອງທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີປ້ອງກັນປະເທດ ສປປ ລາວ; ທ່ານ ພົນໂທ ຫວູ້ ຮາຍ ສານ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ; ທ່ານ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກພາກລັດ, ບໍລິສັດ ລັດວິສະຫະກິດ ແລະ ບັນດາຫ້າງຮ້ານຕ່າງໆ ລາວ-ຫວຽດນາມ ເຂົ້າຮ່ວມ.

ໃນພິທີ ທ່ານ ພົນຕີ ວົງຄຳ ພົມມະກອນ ໄດ້ກ່າວວ່າ: ໃນປີ 2022 ເປັນປີທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ພ້ອມກັນຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ຊຶ່ງປະກອບດ້ວຍຫຼາຍກິດຈະກຳ, ສຳລັບສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວຮ່ວມກັນມີ 8 ກິດຈະກໍາໃຫຍ່ຄື ອັນພົ້ນເດັ່ນໄດ້ແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງຢ້ຽມຢາມ ຊຶ່ງກັນ ແລະ ກັນ, ຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອສອງວັນດັ່ງກ່າວ, ເປີດໂຄງການພັດທະນາກຸ່ມບ້ານຊາຍແດນ, ແລກປ່ຽນການສະແດງສິລະປະ, ຈັດຕັ້ງຫັດແອບຝຶກຊ້ອມຮ່ວມກັນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ແລະ ກິດຈະກໍາອື່ນໆ ດ້ວຍບັນຍາກາດທີ່ຄຶກຄື້ນມ່ວນຊົນ.

ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ລາວ-ຫວຽດນາມ ໃນຄັ້ງນີ້, ແມ່ນໜຶ່ງໃນບັນດາກິດ ຈະກຳການຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ທັງເປັນການປະກອບ ສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງຊາດ ເວົ້າລວມ, ສອງກອງທັບລາວ-ຫວຽດນາມ ເວົ້າສະເພາະ ກ້າວເຂົ້າສູ່ລວງເລິກ ແລະ ມີຄຸນະພາບ, ທັງເປີດໂອກາດເພື່ອໃຫ້ບັນດາວິສາຫະກິດກອງທັບລາວ ແລະ ຫວຽດນາມ ໄດ້ນຳສະເໜີບັນດາຜົນງານ, ໂຄສະນາເຜີຍແຜ່ບັນດາຜະລິດຕະພັນຂອງຕົນຕໍ່ສັງຄົມ ແລະ ສາກົນ, ສ້າງໂອກາດໃຫ້ທັງສອງຝ່າຍໄດ້ຊອກຮູ້ ສຶກສາຂໍ້ມູນຂ່າວສານ, ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອກຳນົດແຜນການຍຸດທະສາດໃນການເປີດກວ້າງການພົວພັນຮ່ວມມືກັນ ລະຫວ່າງຫົວໜ່ວຍທຸລະກິດຂອງທັງສອງຝ່າຍໃຫ້ຫຼາຍຂຶ້ນ ເພື່ອເຊື່ອມໂຍງເຂົ້າກັນ ແລະ ມີຄວາມສາມາດແຂ່ງຂັນກັບບັນດາປະເທດໃນຂົງເຂດ ແລະ ສາກົນໃນອະນາຄົດ.

ການວາງສະແດງສິນຄ້າ ລາວ-ຫວຽດນາມ ປີ 2022 ໃນຄັ້ງນີ້, ມີບັນດາຫົວໜ່ວຍການຜະລິດ, ບັນດາບໍລິສັດ-ວິສາຫະກິດ ທີ່ຂຶ້ນກັບກອງທັບປະຊາຊົນລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມງານຫຼາຍກວ່າໃນໄລຍະທີ່ຜ່ານມາ ຊຶ່ງເຮັດໃຫ້ບໍລິມາດ ແລະ ຄວາມຫຼາກຫຼາຍຜະລິດຕະພັນສິນຄ້າ ກໍເພີ່ມຂຶ້ນ, ໃນນີ້ ກອງທັບປະຊາຊົນລາວ ໄດ້ນໍາເອົາສິນຄ້າ ແລະ ຜະລິດຕະພັນ ຈາກບັນດາຫົວໜ່ວຍການຜະລິດ ແລະ ວິສາຫະກິດຕ່າງໆລວມມີ 16 ຫົວໜ່ວຍ, 390 ລາຍການ, ມີ 12 ຫ້ອງວາງສະແດງສິນຄ້າ ແລະກະຊວງອຸດສະຫະກຳ ແລະ ການຄ້າມີ 4 ຫ້ອງສຳລັບ ສສ ຫວຽດນາມ ເຂົ້າຮ່ວມທັງໝົດ 86 ຫົວໜ່ວຍ ແລະ ວາງສະແດງມີ 104 ຫ້ອງ ປະກອບມີຜະລິດຕະພັນອຸດສະຫະກຳ, ກະສິກຳ, ຫັດຖະກຳ, ເຄື່ອງອຸປະໂພກ-ບໍລິໂພກອຸປະກອນການແພດ-ຜະລິດຕະພັນການຢາ ແລະ ສິນຄ້າອື່ນໆ.

(ຂ່າວ: ຍຸພິນ, ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version