Home ຂ່າວການເມືອງ ກ​ຊ​ສ ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ກ​ຊ​ສ ເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

0

(ກຊສ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ໃນວັນທີ 2 ພະຈິກ ນີ້ ທີ່ຫ້ອງປະຊຸມສູນການຮ່ວມມືສາກົນ ແລະ ຝຶກອົບຮົມ, ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ອານົງສອນ ພົມມະຈັນ ຫົວໜ້າຫ້ອງການ ກຊສ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ອານົງສອນ ພົມມະຈັນ ກ່າວວ່າ: ທີ່ດິນແມ່ນຊັບພະຍາກອນອັນລ້ຳຄ່າ ແລະ ເປັນທຶນຮອນມະສານຂອງຊາດ ທີ່ເປັນບ່ອນດຳລົງຊີວິດ ແລະ ທຳມາຫາກິນຂອງພົນລະເມືອງລາວ, ເປັນພາຫະນະທີ່ສຳຄັນ ແລະ ປັດໄຈຕົ້ນຕໍຂອງການຜະລິດ, ການພັດທະນາເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖ້າພວກເຮົາມີການຄຸ້ມຄອງທີ່ດີ. ກົດໝາຍວ່າດ້ວຍທີ່ດິນເປັນກົດໝາຍໜຶ່ງທີ່ມີຄວາມສຳຄັນຫຼາຍໃນການຄຸ້ມຄອງທີ່ດິນ ທີ່ຕິດພັນກັບຫຼາຍຂະແໜງການ, ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ, ກົດໝາຍສະບັບນີ້ ກໍານົດກ່ຽວກັບການຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດ, ການຫັນປ່ຽນປະເພດທີ່ດິນ, ການຄຸ້ມຄອງການນຳໃຊ້ທີ່ດິນລັດ, ການຄຸ້ມຄອງນຳໃຊ້ທີ່ດິນຂອງພົນລະເມືອງລາວ, ການຄຸ້ມຄອງການນໍາໃຊ້ທີ່ດິນຂອງຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ, ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ລວມທັງການເຊົ່າ ຫຼື ສໍາປະທານທີ່ດິນ, ພິເສດກົດໝາຍສະບັບນີ້ ແມ່ນໄດ້ກຳນົດຫຼາຍບັນຫາເຂົ້າໃໝ່ ໂດຍສະເພາະການຊື້-ຂາຍ ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ບັນຫາອື່ນໆ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເປັນບາດກ້າວທີ່ສຳຄັນ ແລະ ມີຄວາມໝາຍທີ່ສຸດ. ສະນັ້ນ, ມີບັນຫາໃດທີ່ບັນດາຂະແໜງການທີ່ເຫັນວ່າຍັງມີຂໍ້ຂ້ອງໃຈ ແມ່ນສາມາດຍົກຂຶ້ນມາແລກປ່ຽນໃນກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ເພື່ອເອກະພາບໃນການຈັດຕັ້ງປະຕິບັດໄປແນວທາງດຽວກັນ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເຜີຍແຜ່ກົດໝາຍສະບັບດັ່ງກ່າວ ໃຫ້ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດ ໄປໃນທິດທາງດຽວກັນ ແນໃສ່ຮັບປະກັນຄວາມເປັນເອກະພາບທາງຫຼັກການ ແລະ ເນື້ອໃນ ແລະ ເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານທີ່ດິນໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ.

(ຂ່າວ-ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version